ຍາມໃດ ຫວຽດນາມ ກໍ່ຊຸກຍູ້ບົດບາດໃຈກາງຂອງ ອາຊຽນ

(VOVWORLD) - ຍາມໃດ ຫວຽດນາມ ກໍ່ເປັນເຈົ້າການຍົກອອກຫຼາຍຂໍ້ລິເລີ່ມ, ຂໍ້ສະເໜີແນະເພື່ອຮັບມື, ແກ້ໄຂບັນດາສິ່ງທ້າທາຍ ແລະ ບັນດາບັນຫາຂອງ ອາຊຽນ.
ຍາມໃດ ຫວຽດນາມ ກໍ່ຊຸກຍູ້ບົດບາດໃຈກາງຂອງ ອາຊຽນ - ảnh 1ທ່ານສາດສະດາຈານ Rajaram Panda
(ພາບ: TTXVN)

        ວັນທີ 28 ກໍລະກົດ, ແມ່ນຄົບຮອບ 28 ປີແຫ່ງວັນ ຫວຽດນາມ ເຂົ້າເປັນສະມາຊິກສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄືວັນທີ 28 ກໍລະກົດ 1995 – 28 ກໍລະກົດ 2023. ໃນຕະຫຼອດໄລຍະ 28 ປີທີ່ເຂົ້າເປັນສະມາຊິກ ອາຊຽນ ນັ້ນ, ຫວຽດນາມ ໄດ້ສະແດງໃຫ້ເຫັນວ່າ ເປັນປະເທດທີ່ເປັນເຈົ້າການ, ຂະຫຍັນຂັນເຄື່ອນ, ມີຄວາມຮັບຜິດຊອບ ແລະ ປະກອບສ່ວນເຂົ້າໃນຄວາມວັດທະນາຖາວອນລວມຂອງພາກພື້ນ.

        ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ນິວເດລີ, ທ່ານສາດສະດາຈານ Rajaram Panda, ອະດີດສະມາຊິກສະພາບັນດາບັນຫາສາກົນຂອງ ອິນໂດຍ (ICWA) ແລະ ສູນຄົ້ນຄວ້າຄວາມໝັ້ນຄົງ - ຍຸດທະສາດຢູ່ ນິວເດລີ (ປະເທດ ອິນເດຍ), ເນັ້ນໜັກວ່າ ຍາມໃດ ຫວຽດນາມ ກໍ່ເປັນເຈົ້າການຍົກອອກຫຼາຍຂໍ້ລິເລີ່ມ, ຂໍ້ສະເໜີແນະເພື່ອຮັບມື, ແກ້ໄຂບັນດາສິ່ງທ້າທາຍ ແລະ ບັນດາບັນຫາຂອງ ອາຊຽນ. ພ້ອມກັນນັ້ນ, ຫວຽດນາມ ກໍ່ໄດ້ມານະພະຍາຍາມຈົນສຸດຄວາມສາມາດເພື່ອຊຸກຍູ້ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC). ຍາມໃດ ຫວຽດນາມ ກໍ່ມີການກະທຳຕັ້ງໜ້າເພື່ອປົກປ້ອງບົດບາດໃຈກາງຂອງ ອາຊຽນ. ຕາມວິທີສະເພາະຂອງຕົນ, ຫວຽດນາມ ໄດ້ສະແດງໃຫ້ເຫັນບົດບາດເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງ ອາຊຽນ ຜ່ານບັນດານະໂຍບາຍການຕ່າງປະເທດ ແລະ ພາກພື້ນຂອງຕົນ.

        ໃນປີເປັນປະທານ ອາຊຽນ 2020, ຫວຽດນາມ ໄດ້ມານະພະຍາຍາມຊຸກຍູ້, ເສີມຂະຫຍາຍບົດບາດໃຈກາງ, ນຳພາຂອງ ອາຊຽນ ເປັນຢ່າງດີ ເພື່ອລົງນາມໃນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ເມື່ອເດືອນ ພະຈິກ 2020.

ຕອບກັບ

ຂ່າວ/ບົດ​ອື່ນ