ຍາມໃດຫວຽດນາມກໍ່ເຄົາລົບບັນດາຈຸດປະສົງ ແລະ ຫຼັກການກົດບັດຂອງສະຫະປະຊາຊາດ

ຍາມໃດຫວຽດນາມກໍ່ເຄົາລົບບັນດາຈຸດປະສົງ ແລະ ຫຼັກການກົດບັດຂອງສະຫະປະຊາຊາດ - ảnh 1
ທ່ານ​ນາງເອກ​ອັກຄະ​ລັດຖະທູດ​ຫວຽດນາມ ຫງວຽນ​​​ເຟືອງ​ງາ
(ພາບ: TTXVN)


(vovworld) – ວັນ​ທີ 23/02, ຢູ່​ສຳນັກງານ​ສະຫະ​ປະຊາ​ຊາ​ດ ທີ່​ນິວຢອກ, ຕາມ​ຂໍ້​ສະ​ເໜີ​ຂອງ​ຈີນ, ຊຶ່ງ​ເປັນປະທານ​ໝູນ​ວຽນ​ສະພາ​ຄວາມໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໃນ​ເດືອນ 02/2015, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໄດ້​ຈັດ​ກອງ​ປະຊຸມ​ປຶກສາ​ຫາລື​ເປີດກວ້າງ ດ້ວຍ​ຫົວ​ຂໍ້ “ຮັກສາ​ສັນຕິພາບ ​ແລະ ຄວາມ​ສະຫງົບ​ສາກົນ: ຄຳນຶງ​ກ່ຽວກັບ​ປະຫວັດສາດ, ຢືນຢັນ​ຄືນ​ໃໝ່​ກ່ຽວກັບ​ບັນດາ​ຄຳ​ໝັ້ນ​ສັນຍາ​ສຳລັບ​ຈຸດປະສົງ, ຫຼັກການກົດ​ບັດ​ຂອງສະຫະ​ປະຊາ​ຊາດ​ຢ່າງ​ແຮງ”. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ປຶກສາ​ຫາລື, ທ່ານ​ນາງເອກ​ອັກຄະ​ລັດຖະທູດ​ຫວຽດນາມ ຫງວຽນ​​​ເຟືອງ​ງາ, ຫົວໜ້າຄະນະ​​ຜູ້​ປະຈຳການ​ຂອງຫວຽດນາມ ທີ່​ສະຫະ​ປະຊາ​ຊາດ ຢືນຢັນ​ວ່າ, ຍາມ​ໃດ​ຫວຽດນາມ ກໍ່​ໃຫ້​ຄຳ​ໝັ້ນ​ສັນຍາ ​ແລະ ມີ​ການ​ເຄື່ອນ​ໄຫວ​ເໝາະ​ສົມ​ກັບ​ບັນດາ​ຈຸດປະສົງ, ຫຼັກການ​ກົດ​ບັດ​ສະຫະ​ປະຊາ​ຊາດ, ພ້ອມ​ທັງ​ມີ​ບັນດາ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ແລະ ສ້າງສາ​ໃນ​ຄວາມ​ມານະ​ພະຍາຍາມ​ລວມຂອງ​ປະຊາ​ຄົມ​ສາກົນ ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

        ທ່ານ​ນາງເອກ​ອັກຄະ​ລັດຖະທູດ​ ຫງວຽນ​​​ເຟືອງ​ງາ ສະ​ເໜີ​ໃຫ້​ປະຊາ​ຄົມ​ສາກົນ, ບັນດາ​ປະ​ເທດ​ສະມາຊິກ​ສະຫະ​ປະຊາ​ຊາດ ຕ້ອງ​ເພີ່ມ​ທະວີ ​ແລະ ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ສຳລັບ​ຫຼັກການ​ສຳຄັນ​ຂອງ​ກົດ​ບັດ, ​ໃນ​ນັ້ນ​ມີ​ບັນດາ​ຫຼັກການ​ກ່ຽວກັບ​ຄວາມ​ສະ​ເໝີ​ພາບ​ດ້ານ​ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ບໍ່​ແຊກ​ແຊນ​ເຂົ້າ​​ວຽກ​ງານພາຍ​ໃນ​ຂອ​ງບັນດາ​ປະ​ເທດ ​ແລະ ​ແກ້​ໄຂ​ການ​ຂັດ​ແຍ້​ງ​ໂດຍ​ສັນຕິ​ວິທີ. ທ່ານ​ນາງເອກ​ອັກຄະ​ລັດຖະທູດ​ ຫງວຽນ​​​ເຟືອງ​ງາ ຊີ້​ແຈ້ງວ່າ, ຫວຽດນາມ ພວມ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ​ແລະ ຄູ່​ຮ່ວມ​ມື ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ສ້າງ ​ແລະ ປະຕິບັດ​ຕາມ​ມາດຖານ​ມະ​ມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ແກ້​ໄຂ​ບັນດາ​ການ​ຂັດ​ແຍ້​ງ​ໂດຍ​ສັນຕິ​ວິທີ, ນັບ​ທັງ​ການ​ຂັດ​ແຍ້​ງຢູ່​ທະ​ເລ​ຕາ​ເວັນ​ອອກ ​ໃຫ້​​ແທດ​ເໝາະ​ກັບ​ກົດ​ບັດ​ຂອງ​ສະຫະ​ປະຊາ​ຊາດ ​ແລະ ກົດໝາຍ​ສາກົນ.



ຂ່າວ/ບົດ​ອື່ນ