ຍາມໃດຫວຽດນາມກໍ່ເຄົາລົບ,ຮັບປະກັນບັນດາສິດແລະພື້ນຖານຄວາມເສລີຂອງປະຊາຊົນ

ຍາມໃດຫວຽດນາມກໍ່ເຄົາລົບ,ຮັບປະກັນບັນດາສິດແລະພື້ນຖານຄວາມເສລີຂອງປະຊາຊົນ - ảnh 1
ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ
ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ສ​ສ.ຫວຽດ​ນາມ ຫງວຽນ​ຈຸງ​ແທ່ງ
(ພາບປະ​ກອບ: TTXVN)

(vovworld) - ​ ​​​​ວັນ​ທີ 15/05, ເມື່ອ​ຕອ​ບ​​ຄຳ​ຖາມຂອງ​ນັກ​ຂ່າວ​ກ່ຽວ​ຂ້ອງ​ເຖິງ​ແຈ້ງ​ການ​ໃນ​ວັນ​ທີ 13/05 ຂອງ​ໂຄ​ສົກຂອງ​ຂະ​ຫຼວງ​ໃຫຍ່​ສິດ​ທິ​ມະ​ນຸດ​ສະ​ຫະ​ປະ​ຊາ​ຊາດ, ​ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ສ​ສ.ຫວຽດ​ນາມ ຫງວຽນ​ຈຸງ​ແທ່ງ, ຜູ້​ຕາງ​ໜ້າ​ຂອງ​ຫວຽດ​ນາມ ​ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ (ເຊີ​ແນວ), ເນັ້ນ​ໜັກ​ວ່າ, ຫວຽດ​ນາມ ປະ​ຕິ​ເສດ​ບັນ​ດາ​ຂໍ້​ມູນ​ຂ່າວ​ທີ່ບໍ່​ຖືກ​ຕ້ອງ, ຂາດ​ຄວາມ​​ເປັນພາ​ວະ​ວິ​ໄສ, ບໍ່​ມີ​ຫຼັກ​ຖານ​ຂອງ​ໂຄ​ສົກຂອງ​ຂະ​ຫຼວງ​ໃຫຍ່, ພ້ອມ​ທັງ​ສະ​ແດງ​ຄວາມ​ເສຍ​ດາຍ ແລະ ​ຜິດ​ຫວັງ​ກ່ຽວ​ກັບ​ປະ​ຕິ​ກິ​ລິ​ຍານີ້. ຍາມ​ໃດ​ຫວຽດ​ນາມ ກໍ່​ເຄົາ​ລົບ, ຮັບ​ປະ​ກັນ​ບັນ​ດາ​ສິດ ແລະ ພື້ນ​ຖານຄວາມ​ເສ​ລີ​ຂອງ​ປະ​ຊາ​ຊົນ, ໃນ​ນັ້ນ​ມີ​ສິດ​ເສ​ລີ​ໃກ່​ຽວ​ກັບ​ການ​ປະ​ຊຸມ, ຄວາມ​ເສ​ລີ​​ໃນ​ການປາກ​ເວົ້າ, ເໝາະ​ສົມ​ກັບ​ລັດ​ຖະ​ທຳ​ມະ​ມູນ​ປີ 2013 ແລະ ບັນ​ດາ​​ມາດ​ຕະ​ຖານ​ສາ​ກົນ​ກ່ຽວ​ກັ​ບ​ສິດ​​ຂອງ​ມະ​ນຸດ. ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນ, ພິ​ເສດ​ແມ່ນ​ສົນ​ທິ​ສັນ​ຍາ​ກ່ຽວ​ກັບ​ສິດ​ພົນ​ລະ​ເມືອງ ແລະ ການ​ເມືອງ​ກໍ​ໄດ້​ກຳ​ນົ​ດ​ຢ່າງ​ຈະ​ແຈ້ງ​ບັນ​ດາ​ສິດ ແລະ ຄວາມ​ເສ​ລ​ີ​ສ່ວນ​ຕົວ ຕ້ອງ​ໄດ້​ຮັບ​ການ​ປະ​ຕິ​ບັດ​ໃນ​ຂອບ​ເຂດ​ກົດ​ໝາຍ, ບໍ່​ສ​ົ່ງ​ຜົນ​ສະ​ທ້ອນ​ເຖິງ​ຄວາມ​ສະ​ຫງົບ​ປອດ​ໄພທາງ​ສັງ​ຄົມ… ບົນ​ຈິດ​ໃຈ​ນັ້ນ, ບັນ​ດາ​ມາດ​ຕະ​ການ​ຈຳ​ເປັນ​ໄດ້​ຮັບ​ການ​ປະ​ຕິ​ບັດ​ແມ່ນ​​ສອດ​ຄ່ອງ​ກັບ​ກົດ​ໝາຍ​ຫວຽດ​ນາມ ແລະ ມາດ​ຕະ​ຖານ​ສາ​ກົນ. ບັນ​ດາ​ການ​ກະ​ທຳ​ທີ່​ລະ​ດົມ​ໃຫ້​ມີ​ການ​ໃຊ້​​ຄວາມ​ຮຸ​ນແຮງ, ກໍ່​ຄວາມວຸ້ນ​ວາຍ​ມີ​ຜົນ​ສະ​ທ້ອນ​ເຖິງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ຕ້ອງ​ໄດ້​ຮັບ​ການ​ສະ​ກັດ​ກັ້ນ​ໃນ​ຂອບ​ເຂດ​ກົດ​ໝາຍ, ເພື່ອ​ຜົນ​ປະ​ໂຫຍດ​ລວ​ມ​ຂອງ​ປະ​ຊາ​ຄົ​ມ.

        ຕໍ່​ໜ້າ​​ບັນ​ຫາສິ່ງ​ແວດ​ລ້ອມ​ເກີດ​ຂຶ້ນ​ຢູ່​ບັນ​ດາ​ແຂວງ​ທາງ​ພາກ​ໃຕ້, ລັດ​ຖະ​ບານ, ​ບັນ​ດາທ້ອ​ງ​ຖິ່ນ​ທີ່​ກ່ຽວ​ຂ້ອງ ແລະ ບັນ​ດາ​ອົງ​ການ​​ຈັດ​ຕັ້ງການ​ເມືອງ, ສັງ​ຄົມ, ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ໄດ້ ແລະ ​ພວມ​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ໜູນ​ຊ່ວຍ​ປະ​ຊາ​ຊົນ​​ທີ່ຖືກ​ຜົນ​ກະ​ທົບ​ໂດຍ​ກົງ. ດ້ວຍ​ການ​ໜູນ​ຊ່ວຍ​ຂອງ​ບັນ​ດາ​ຄູ່​ຮ່ວມ​ມື, ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ສາ​ກົນ, ຫວຽດ​ນາມ ພວມ​ຮີບ​ເຮັ່ງ​ຊອກ​ຮູ້​ສາຍ​ເຫດ​ຂອງ​ສະ​ພາບ​​ດັ່ງ​ກ່າວ ແລະ ອັບ​ເດັດ​ສະ​ພາບ​ການ​ທາ​ງ​ພາ​ຫະ​ນະ​ສື່​ສານ​ມະ​ຫາ​ຊົນ​ເປັນ​ປະ​ຈຳ. ພວກ​ຂ້າ​ພະ​ເຈົ້າ​ຊົມ​ເຊີຍ​ການ​ຮ່ວມ​ມື​ຂອງ​ປະ​ເທດ​ຕ່າງໆ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ໃນ​ນັ້ນ​ມີ​ສະ​ຫະ​ປະ​ຊາ​ຊາດ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ ພ້ອມ​ກັບ​ຫວຽດ​ນາມ ແກ້​ໄຂ​ບັນ​ຫາ​ດັ່ງ​ກ່າວ, ບົນ​ຈິດ​ໃຈ​ວິ​ທະ​ຍາ​ສາດ, ພາ​ວະ​ວິ​ໄສ, ມີເຈດ​ຕະ​ນາ​ດີ ແລະ ສ້າງ​ສັນ​.

ຂ່າວ/ບົດ​ອື່ນ