ຍາມໃດຫວຽດນາມກໍ່ແມ່ນເສົາຄ້ຳສຳຄັນໃນນະໂຍບາຍເຄື່ອນໄຫວມຸ່ງໄປເຖິງທິດຕາເວັນອອກຂອງອິນເດຍ

(VOVWORLD) -ວັນທີ 13 ພະຈິກ, ຢູ່ທຳນຽບປະທານາທິບໍດີ, ທີ່ນະຄອນຫຼວງ New Delhi, ທ່ານເອກອັກຄະລັດຖະທູດຫວຽດນາມ ຟ້າມແຊງເຈົາ ໄດ້ຍື່ນສານແຕ່ງຕັ້ງຂອງທ່ານປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ຕໍ່ທ່ານປະທານາທິບໍດີອິນເດຍ Ram Nath Kovind.

ຍາມໃດຫວຽດນາມກໍ່ແມ່ນເສົາຄ້ຳສຳຄັນໃນນະໂຍບາຍເຄື່ອນໄຫວມຸ່ງໄປເຖິງທິດຕາເວັນອອກຂອງອິນເດຍ - ảnh 1ທ່ານເອກອັກຄະລັດຖະທູດຫວຽດນາມ ຟ້າມແຊງເຈົາ ຍື່ນສານແຕ່ງຕັ້ງຕໍ່

ທ່ານປະທານາທິບໍດີອິນເດຍ Ram Nath Kovind 

(ພາບ: TTXVN)

ທີ່ການຕ້ອນຮັບພາຍຫຼັງພິທີຍື່ນສານແຕ່ງຕັ້ງຕໍ່ທ່ານປະທານາທິບໍດີອິນເດຍ Ram Nath Kovind, ທ່ານເອກອັກຄະລັດຖະທູດ ຟ້າມແຊງເຈົາ ໄດ້ແຈ້ງໃຫ້ຊາບວ່າ ຫວຽດນາມ ໄດ້ກະກຽມໃຫ້ແກ່ການຢ້ຽມຢາມຫວຽດນາມ ຂອງທ່ານປະທານາທິບໍດີ Ram Nath Kovind ໃນລະຫວ່າງວັນທີ 18 - 20 ພະຈິກ. ທ່ານເອກອັກຄະລັດຖະທູດ ສະແດງຄວາມປິຕິຊົມຊື່ນເມື່ອຮັບດຳລົງຕຳແໜ່ງເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ປະຈຳອິນເດຍ, ພ້ອມທັງຢືນຢັນວ່າ, ຈະມານະພະຍາຍາມເພື່ອປະຕິບັດສຳເລັດໜ້າທີ່ເປັນຂົວເຊື່ອມຕໍ່ລະຫວ່າງ 2 ປະເທດ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ອິນເດຍ ໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ່າ.

        ສ່ວນທ່ານປະທານາທິບໍດີ Kovind ສະແດງຄວາມປິຕິຊົມຊື່ນວ່າ ຈະເປັນປະມຸກລັດຕ່າງປະເທດຜູ້ທີ 2 ໄປຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ພາຍຫຼັງທີ່ຫວຽດນາມ ມີປະທານປະເທດໃໝ່; ພ້ອມທັງຢືນຢັນວ່າ, ຈະສ້າງເງື່ອນໄຂສະດວກເພື່ອໃຫ້ທ່ານເອກອັກຄະລັດຖະທູດ ຟ້າມແຊງເຈົາ ມີອາຍຸການປະສົບຜົນສຳເລັດ, ຕັ້ງໜ້າປະກອບສ່ວນໃຫ້ແກ່ການພົວພັນ 2 ຝ່າຍຫວຽດນາມ - ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ