ຍູ້​ແຮງ ແລະ ຍົກ​ລະ​ດັບ​ການຕ່າງ​ປະ​ເທດຫຼາຍ​ຝ່າຍ​ໃຫ້ສູງ​ກ່​ວາ​​ຮອດ​ປີ 2030

(VOVWORLD) - ຢູ່ກອງປະຊຸມ, ບັນດາຜູ້ແທນ ໄດ້ສຳຫຼວດກວດກາສະພາບການຜັນຂະຫຍາຍຄຳສັ່ງເລກທີ 25 ໃນໄລຍະ 5ປີຜ່ານມາ, ເຫັນດີເປັນເອກະພາບຕີລາຄາສັງລວມກ່ຽວກັບສະພາບການ, ໂອກາດ, ສິ່ງທ້າທາຍທີ່ໄດ້ວາງອອກຕໍ່ການທູດຫຼາຍຝ່າຍ.
ຍູ້​ແຮງ ແລະ ຍົກ​ລະ​ດັບ​ການຕ່າງ​ປະ​ເທດຫຼາຍ​ຝ່າຍ​ໃຫ້ສູງ​ກ່​ວາ​​ຮອດ​ປີ 2030 - ảnh 1ທ່ານຮອງນາຍົກລັດຖະມົນຕີ  ເຈິ່ນລຶວກວາງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: qdnd.vn)

ວັນທີ 25 ມັງກອນ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ຈັດກອງປະຊຸມສະຫຼຸບເບື້ອງຕົ້ນ 5 ປີແຫ່ງການປະຕິບັດຄຳສັ່ງເລກທີ 25 ຂອງ ຄະນະເລຂາກ່ຽວກັບການຍູ້ແຮງ ແລະ ຍົກລະດັບການຕ່າງປະເທດ ຫຼາຍຝ່າຍຮອດປີ 2030. ຢູ່ກອງປະຊຸມ, ບັນດາຜູ້ແທນ ໄດ້ສຳຫຼວດກວດກາສະພາບການຜັນຂະຫຍາຍຄຳສັ່ງເລກທີ 25 ໃນໄລຍະ 5ປີຜ່ານມາ, ເຫັນດີເປັນເອກະພາບຕີລາຄາສັງລວມກ່ຽວກັບສະພາບການ, ໂອກາດ, ສິ່ງທ້າທາຍທີ່ໄດ້ວາງອອກຕໍ່ການທູດຫຼາຍຝ່າຍ; ທິດທາງ, ວິທີການຜັນຂະຫຍາຍໃນໄລຍະຈະມາເຖິງ ເພື່ອແນໃສ່ສ້າງການຫັນປ່ຽນຢ່າງແຮງໃນວຽກງານການຕ່າງປະເທດ ຫຼາຍຝ່າຍ ກໍ່ຄືວິທີການຍົກສູງປະສິດທິຜົນວຽກງານສົມທົບກັນລະຫວ່າງບັນດາເສົາຄ້ຳການຕ່າງປະເທດ. ເພື່ອຜັນຂະຫຍາຍວຽກງານການຕ່າງປະເທດ ຫຼາຍຝ່າຍຢ່າງແຮງກ່ວາອີກ ແລະ ສືບຕໍ່ນຳບັນດາເນື້ອໃນຂອງຄຳສັ່ງເລກທີ 25 ເຂົ້າສູ່ວຽກງານການຕ່າງປະເທດ ໃນຕົວຈິງຂອງປະເທດຊາດ, ທ່ານຮອງນາຍົກລັດຖະມົນຕີ  ເຈິ່ນລຶວກວາງ ເນັ້ນໜັກວ່າ:

ຕ້ອງເຮັດແນວໃດເພື່ອຫັນປ່ຽນທັງຈິດຕະນາການ ແລະ ການກະທຳ, ຕ້ອງເອົາໃຈໃສ່ເຖິງວຽກງານຄາດຄະເນໃຫ້ຖືກຕ້ອງ, ເພື່ອຍົກສູງປະສິດທິຜົນວຽກງານການທູດຫຼາຍຝ່າຍ ແລະ ສະແດງໃຫ້ເຫັນຢ່າງຈະແຈ້ງຂີດໝາຍຂອງ ຫວຽດນາມ ບົນເວທີສາກົນ, ເໝາະສົມກັບບຸລິມະສິດ ແລະ ແຫຼ່ງກຳລັງ, ຜົນປະໂຫຍດຂອງ ປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ