ຍູ້ແຮງການປະຕິບັດບັ້ນຂົນຂວາຍຊາວຫວຽດນາມບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ

ຍູ້ແຮງການປະຕິບັດບັ້ນຂົນຂວາຍຊາວຫວຽດນາມບຸລິມະສິດຊົມໃຊ້ສິນຄ້າຫວຽດນາມ - ảnh 1
ບັ້ນຂົນຂວາຍ​ “ຊາວ ຫວຽດນາມ ບຸລິມະສິດ​ຊົມ​ໃຊ້ສິນຄ້າ ຫວຽດນາມ”

(vovworld) – ​ ຕອນ​ເຊົ້າ​ວັນ​ທີ 27/12 ຢູ່ ຮ່າ​ໂນ້ຍ, ຄະນະ​ພັກ​ກຸ່ມ​ວິ​ສາ​ຫະກິດ​ສູນ​ກາງ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຍູ້​ແຮງ​ການ​ປະຕິບັດ​ບັ້ນຂົນຂວາຍ​ “ຊາວ ຫວຽດນາມ ບຸລິມະສິດ​ຊົມ​ໃຊ້ສິນຄ້າ ຫວຽດນາມ” ​ໄລຍະປີ 2016 – 2020. ຜ່ານ 7 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​,  35 ຄະນະ​ພັກ​ຂຶ້ນ​ກັບກຸ່ມ​ວິ​ສາ​ຫະກິດ​ສູນ​ກາງ​ໄດ້​ປະຕິບັດ​ບັ້ນ​ຂົນຂວາຍ, ສ້າງ​ກຳລັງ​ໜູນ​ຢ່າງ​ແຮງ​ສຳລັບ​ບັນດາ​ວິ​ສາ​ຫະກິດ ​ແລະ ຊາວ​ຜູ້​ອອກ​ແຮງ​ງານ​​ໃນ​ການ​ປ່ຽນ​ແປງ​ຄວາມ​ຊິນ​ເຄີຍ​ຊື້​ເຄື່ອງ​ຂອງ​ຕາມ​ທິດ​ນັບ​ມື້​ນັບ​ມີ​ຄວາມສົນ​ໃຈ​ໃນການ​ເລືອກ​ເ​ຟັ້ນສິນຄ້າ, ການ​ບໍລິການ​ຜະລິດພາຍ​ໃນ​ປະ​ເທດ. ທີ່​ກອງ​ປະຊຸມ​, ຜູ້​ແທນ​ບັນດາ​ກຸ່ມ​ບໍລິສັດ, ບໍລິສັດ​​ໃຫຍ່​, ທະນາຄານ​ໄດ້​ສະ​ເໜີ​ຫລາຍມາດ​ຕະການ ​ເພື່ອ​ປະຕິບັດ​ບັ້ນ​ຂົນຂວາຍ​ໃຫ້​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ. ບັນດາ​ຜູ້​ແທນ​ກໍ່​ສະ​ເໜີຕໍ່​ສູນ​ກາງ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ແກ້​ໄຂ​ບັນດາ​ຂໍ້​ຕິດ​ຂັດ, ຄວາມ​ຫຍຸ້ງ​ຍາກໃນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ຕະຫລາດ​ພາຍ​ໃຫ້​ນັບ​ມື້​ນັບ​ດີ​ກ່ວາ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ທ່ານ ຫງວຽນ​ທ້ຽນ​ເຍີນ ປະທານ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ສະ​ເໜີ​ອົງຄະ​ນະ​ພັກ​ກຸ່ມ​ວິ​ສາ​ຫະກິດ​ສູນ​ກາງ​ກວດກາ​ນະ​ໂຍບາຍ, ສົ່ງ​ເສີມ​ພັດທະນາ​ການ​ຜະລິດ​ພາຍ​ໃນ​ປະ​ເທດ; ​ເລືອກ​ເຟັ້ນປະ​ເພດ​ສິນຄ້າ​ຢ່າງ​ລະອຽດ ​ເພື່ອ​ຄົ້ນຄວ້າ​ຂາຍ​ບຸບ​ລາຄາ. ພ້ອມ​ທັງ ສືບ​ຕໍ່​ປະຕິບັດ​ວຽກ​ງານ​ໂຄສະນາ, ຂົນຂວາຍ​ໃຫ້​ດີ, ປຸກລະດົມການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ບັນດາ​ວິ​ສາ​ຫະກິດ, ທະນາຄານ, ຕັ້ງໜ້າ​ລົງທຶນ, ປັບປຸງ​ເຕັກ​ໂນ​ໂລ​ຢີ, ລໍ້​ເລື່ອນ​ໃນ​ການ​ຜະລິດ, ຍົກ​ສູງ​ຄຸນ​ນະພາ​ບ, ຫລຸດ​ລາຄາ ​ແລະ ສ້າງ​ເຄື່ອງໝາຍ​ການ​ຄ້າ​ແຫ່ງ​ຊາດ​ໃຫ້​ບັນດາ​ຜະລິດ​ຕະພັນ.

 

ຂ່າວ/ບົດ​ອື່ນ