ຍູ້ແຮງການຜັນຂະຫຍາຍວຽກງານກະກຽມໃຫ້ແກ່ປີAPEC2017

ຍູ້ແຮງການຜັນຂະຫຍາຍວຽກງານກະກຽມໃຫ້ແກ່ປີAPEC2017 - ảnh 1
ກອງ​ປະຊຸມ​ຄັ້ງ​ທີ 4 ຂອງ​ຄະນະ​ກຳມາ​ທິການ​ແຫ່ງ​ຊາດ​ກ່ຽວ​ກັບ APEC 2017
(ພາບ: Doãn Tấn/TTXVN)

(vovworld) – ຕອນ​ບ່າຍ​ວັນ​ທີ 13/4, ​ໄດ້​ຈັດ​ຕັ້ງກອງ​ປະຊຸມ​ຄັ້ງ​ທີ 4 ຂອງ​ຄະນະ​ກຳມາ​ທິການ​ແຫ່ງ​ຊາດ​ກ່ຽວ​ກັບ APEC 2017 ພາຍ​ໃຕ້​ການ​​ເປັນ​ປະທານ​ຂອງ​ທ່ານ​ ຟ້າ​ມບີ່​ງມີ​ງ, ປະທານ​ກຳມາ​ທິການ​ແຫ່ງ​ຊາດ, ຮອງ​ນາຍົກລັດຖະມົນຕີ ​ແລະ ຜູ້ຕາງໜ້າ​ຂອງ 24 ອົງການ ​ແລະ ນະຄອນ​ຊຶ່ງ​ແມ່ນ​ສະມາຊິກ​ຂອງຄະນະ​ກຳມາ​ທິການ​ແຫ່​ງຊາດ. ກອງ​ປະຊຸມ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ບັນດາ​ບັນຫາ​ໃຫຍ່​ກ່ຽວ​ກັບ​ເນື້ອ​ໃນ ​ແລະ ກະກຽມ​ພື້ນຖານ​ວັດຖຸ​ໃຫ້​ແກ່​ປີ APEC 2017 ​​ເປັນ​ພື້ນຖານ​ເພື່ອ​ຍື່ນ​ສະ​ເໜີ​ຕໍ່​ການ​ນຳ​ຂັ້ນ​ສູງ​ຕາມ​ຂັ້ນ​ຕອນໄດ້​ວາງ​ອອກ. ນີ້​ກໍ່​ແມ່ນ​ພື້ນຖານ​ເພື່ອ​ໃຫ້​ອະນຸ​ກຳມາ​ການ​ຄະນະຂອງ​ກຳມາ​ທິການ​ແຫ່ງ​ຊາດ​ສ້າງ​​ແຜນການ​ຜັນ​ຂະຫຍາຍ​ລະອຽດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ່​ງມິ​ງ ​ໃຫ້​ຮູ້​ວ່າ: ຍັງ​ເຫຼືອເວລາ​ບໍ່​ຮອດ 8 ​ເດືອນ​ຈະ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ທຳ​ອິດ​ຂອງ​ປີ APEC 2017, ກອງ​ປະຊຸ​ມບໍ່​ເປັນ​ທາງ​ການ​ຂອງ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ APEC (ISOM) ຢູ່ ຫວຽດນາມ. ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ນະຄອນ​ທີ່​ກ່ຽວຂ​້ອງຕ້ອງ​ຍູ້​ແຮງ​ການ​ກະກຽມ​​ໃນ​ທຸກ​ດ້ານ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ່​ງມີ​ງ, ຊີ້​ນຳ​ຜັນ​ຂະຫຍາຍ​ບົດບາດ​ເປັນ​ປະ​ເທດ​ເຈົ້າພາບ APEC 2017, ບັນດາ​ກະຊວງ, ຂະ​ແໜງ​ການ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື APEC ຕ້ອງ​ເພີ່ມ​ທະວີ​ການ​ສົມທົບ​ລະຫວ່າງ​ຂະ​ແໜງການ, ​ເປັນ​ເຈົ້າ​ການ​ສົມທົບ​ກັນ​ຢ່າງ​ແໜ້ນ​​ແຟ້ນກັບ​ບັນດາ​ສະມາຊິກ APEC, ພິ​ເສດ​ແມ່ນ​ປະ​ເທດ​ເຈົ້າພາບ APEC 2016 ພ້ອມ​ກັບ​ຄະນະ​ເລຂາ​ສາກົນ APEC ​ເພື່ອ​ຍາດ​ແຍ່ງ​ການ​ສະໜັບສະໜູນ, ການ​ໜູນ​ຊ່ວຍ​ຂອງ​ບັນດາ​ສະມາຊິກ, ພ້ອມ​ທັງ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ບັນດາ​ຄວາມ​ສົນ​ໃຈ​ລວມ ​ແລະ ຊຸກຍູ້​ບັນດາ​ຄວາມ​ສົນ​ໃຈ​ຂອງ​ປະ​ເທດ​ເຮົາ​ເທື່ອ​ລະ​ກ້າວ.


ຂ່າວ/ບົດ​ອື່ນ