ຍູ້ແຮງການພັດທະນາເສດຖະກິດສີຂຽວ: ຕ້ອງມີມາດຕະການສອດຄ່ອງໃນໄລຍະໃໝ່

(VOVWORLD) - ທີ່ເວທີປາໄສ, ມີນັກຊ່ຽວຊານຫຼາຍທ່ານໄດ້ໄຈ້ແຍກກ່ຽວກັບສິ່ງທ້າທາຍຕໍ່ການຫັນເປັນສີຂຽວຂອງ ຫວຽດນາມ
ຍູ້ແຮງການພັດທະນາເສດຖະກິດສີຂຽວ: ຕ້ອງມີມາດຕະການສອດຄ່ອງໃນໄລຍະໃໝ່ - ảnh 1(ທ່ານ ໂດ້ຕຽນຊີ, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ VOV)

ຕອນເຊົ້າວັນທີ 17 ເມສາ, ຢູ່ ຮ່າໂນ້ຍ, ໜັງສືພິມເອເລັກໂຕນິກ VOV.VN - ວິທະຍຸກະຈາຍສຽງ ຫວຽດນາມ, ໄດ້ຈັດເວທີປາໄສວິສາຫະກິດ ຫວຽດນາມ ດ້ວຍຫົວຂໍ້ “ຍູ້ແຮງການພັດທະນາເສດຖະກິດສີຂຽວ” ເພື່ອປຶກສາຫາລືບັນດາກາລະໂອກາດ, ສິ່ງທ້າທາຍ ແລະ ມາດຕະການແກ້ໄຂໃຫ້ວິວັດການຫັນເປັນດີຈີຕອນ, ຫັນເປັນສີຂຽວຂອງບັນດາວິສາຫະກິດ ຫວຽດນາມ.

ກ່າວຄຳເຫັນໄຂເວທີປາໄສ, ທ່ານ ໂດ້ຕຽນຊີ, ກຳມະການສູນກາງພັກ, ຜູ້ອຳນວຍການໃຫຍ່ VOV, ໃຫ້ຂໍ້ສັງເກດວ່າ ຫວຽດນາມ ພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ ຕິດພັນກັບເປົ້າໝາຍພັດທະນາຮອດປີ 2030, ວິໄສທັດຮອດປີ 2045… ສະນັ້ນ, ຕ້ອງປ່ຽນແປງໃໝ່ຈິນຕະນາການ ແລະ ການກະທຳ, ເປັນເຈົ້າການກຳແໜ້ນຢ່າງທັນການ, ນຳໃຊ້ການປະຕິວັດອຸດສາຫະກຳ 4.0 ໃຫ້ບັນລຸປະສິດທິຜົນ ຕິດກັບການເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ພັດທະນາເສດຖະກິດສີຂຽວ, ເສດຖະກິດດີຈີຕອນ…

ທີ່ເວທີປາໄສ, ມີນັກຊ່ຽວຊານຫຼາຍທ່ານໄດ້ໄຈ້ແຍກກ່ຽວກັບສິ່ງທ້າທາຍຕໍ່ການຫັນເປັນສີຂຽວຂອງ ຫວຽດນາມ ແລະ ຖືວ່າ, ຕ້ອງເພີ່ມທະວີການສົມທົບກັນລະຫວ່າງບັນດາອົງການສູນກາງກັບທ້ອງຖິ່ນ, ພັດທະນາບັນດາກົນໄກການເງິນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ