ຍູ້ແຮງການພົວພັນຮ່ວມມື ຫວຽດນາມ - ອາກຊັງຕິນ

(VOVWORLD) - ທີ່ການພົບປະເຈລະຈາ
ຍູ້ແຮງການພົວພັນຮ່ວມມື ຫວຽດນາມ - ອາກຊັງຕິນ - ảnh 1ທີ່ການພົບປະເຈລະຈາ
(ພາບ: TTXVN)

        ຕອນບ່າຍວັນທີ 19 ມີນາ, ຢູ່ ຮ່າໂນ້ຍ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ດຳເນີນການພົບປະເຈລະຈາກັບທ່ານນາງ Diana Elena Mondino, ລັດຖະມົນຕີການຕ່າງປະເທດ, ການຄ້າຕ່າງປະເທດ ແລະ ສາສະໜາ ສ.ອາກຊັງຕິນ, ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ແຕ່ວັນທີ 19 – 20 ມີນາ.

        ທີ່ການພົບປະເຈລະຈາ, ທ່ານລັດຖະມົນຕີ ບຸຍແທັງເຊີນ ຢືນຢັນວ່າ, ຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາກຊັງຕິນ; ທ່ານປະຖະໜາຢາກຍູ້ແຮງການພົວພັນຮ່ວມມືລະຫວ່າງ 2 ປະເທດ, ພິເສດແມ່ນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ເປີດອອກບັນດາຂົງເຂດຮ່ວມມື, ຄື: ວິທະຍາສາດ, ເຕັກໂນໂລຊີ, ການພັດທະນາສີຂຽວ, ການຫັນປ່ຽນພະລັງງານ, ຫັນເປັນດີຈີຕອນ… ທ່ານ ບຸຍແທັງເຊີນ ສະເໜີໃຫ້ ອາກຊັງຕິນ, ດ້ວຍບົດບາດເປັນສະມາຊິກຂອງກຸ່ມຕະຫຼາດລວມ ອາເມລິກາໃຕ້ (MERCOSUR) ຕັ້ງໜ້າຊຸກຍູ້ວິວັດການໃຫ້ຄຳປຶກສາພາຍໃນກຸ່ມ ເພື່ອເລີ່ມດຳເນີນການເຈລະຈາສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ MERCOSUR, ພ້ອມກັນນັ້ນ, ກໍ່ສືບຕໍ່ສົມທົບກັນຊຸກຍູ້ການຮ່ວມມືລະຫວ່າງ ອາກຊັງຕິນ ກັບ ອາຊຽນ, ກໍ່ຄືລະຫວ່າງ MERCOSUR ແລະ ອາຊຽນ.

        2 ຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເສີມຂະຫຍາຍການທາບທາມຄວາມເຫັນດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ ແລະ ຄະນະກຳມະການລະຫວ່າງລັດຖະບານກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ - ອາກຊັງຕິນ.

ຕອບກັບ

ຂ່າວ/ບົດ​ອື່ນ