ຍູ້ແຮງການພົວພັນຮ່ວມມືຮອບດ້ານ ຫວຽດນາມ ອູຣູກວາຍ

(VOVWORLD) - ຫວຽດນາມ ແລະ ອູຣູກວາຍ ຍັງມີຄວາມສາມາດບົ່ມຊ້ອນພັດທະນາຫຼາຍຢ່າງໃນການພົວພັນ 2 ຝ່າຍ.
ຍູ້ແຮງການພົວພັນຮ່ວມມືຮອບດ້ານ ຫວຽດນາມ ອູຣູກວາຍ - ảnh 1ທ່ານ Omar Paganini, ລັດຖະມົນຕີການຕ່າງປະເທດ ອູຣູກວາຍ ທີ່ການຕ້ອນຮັບທ່ານ ເຢືອງກວກແທັງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາກຊັງຕິນ
(ພາບ: TTXVN)

        ວັນທີ 30 ມັງກອນ, ທີ່ການຕ້ອນຮັບທ່ານ ເຢືອງກວກແທັງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາກຊັງຕິນ, ທັງຮັບຜິດຊອບຢູ່ ອູຣູກວາຍ ເຂົ້າຢ້ຽມອຳລາກ່ອນທີ່ສິ້ນສຸດອາຍຸການປະຕິບັດງານ, ທ່ານ Omar Paganini, ລັດຖະມົນຕີການຕ່າງປະເທດ ອູຣູກວາຍ ຢືນຢັນວ່າ, ຫວຽດນາມ ແລະ ອູຣູກວາຍ ຍັງມີຄວາມສາມາດບົ່ມຊ້ອນພັດທະນາຫຼາຍຢ່າງໃນການພົວພັນ 2 ຝ່າຍ. ທ່ານ Omar Paganini, ສະແດງຄວາມປາດຖະໜາຢາກໃຫ້ ຫວຽດນາມ ເປີດສະຖານທູດປະຈຳ Montevideo ໂດຍໄວ ເພື່ອປະກອບສ່ວນຊຸກຍູ້ການພົວພັນຮ່ວມມື 2 ຝ່າຍ ແລະ  ຫວຽດນາມ ສະໜັບສະໜູນ ອູຣູກວາຍ ເຂົ້າເປັນສະມາຊິກສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP), ພາຍຫຼັງ ອູຣູກວາຍ ມອບໃບຂໍເຂົ້າເປັນສະມາຊິກດັ່ງກ່າວໃນທ້າຍປີ 2022. ທ່ານກໍ່ໃຫ້ຮູ້ວ່າ, ມີແຜນການຈະໄປຢ້ຽມຢາມ ຫວຽດນາມ ໃນປີ 2024 ນີ້.

        ສ່ວນທ່ານເອກອັກຄະລັດຖະທູດ ເຢືອງກວກແທັງ, ສະແດງຄວາມປາດຖະໜາວ່າ, ໃນເຄິ່ງທ້າຍປີ 2024 ນີ້, ບົນຖາໜ້າຕຳແໜ່ງປະທານຊົ່ວຄາວກຸ່ມຕະຫຼາດລວມອາເມລິກາໃຕ້ (MERCOSUR), ອູຣູກວາຍ ຈະຊຸກຍູ້ການເຈລະຈາສັນຍາການຄ້າເສລີ (FTA) ລະຫວ່າງກຸ່ມນີ້ກັບບາງປະເທດ ອາຊີ, ໃນນັ້ນມີ ຫວຽດນາມ. ທ່ານ ເຢືອງກວກແທັງ, ກໍ່ປາດຖະໜາຢາກໃຫ້ 2 ປະເທດເພີ່ມທະວີການແລກປ່ຽນການຄ້າ ແລະ ການລົງທຶນ, ໃນບັນດາຂົງເຂດ, ຄື: ສົ່ງອອກຊິ້ນງົວ, ສາລີ, ຖົ່ວເຫຼືອງ ແລະ ເຄື່ອງເອເລກໂຕນິກ, ວັດສະດຸກໍ່ສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ