ຍູ້ແຮງການຮ່ວມມື ຫວຽດນາມ - ອົດສະຕາລີ ໃນການຫັນປ່ຽນພະລັງງານ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ປາດຖະໜາວ່າ ອົດສະຕາລີ ຈະເຂົ້າຮ່ວມການສ້າງກົນໄກສົມທົບກັນ, ພ້ອມກັນກະທຳ ເພື່ອຊ່ວຍໃຫ້ ຫວຽດນາມ ບັນລຸເປົ້າໝາຍຫັນປ່ຽນພະລັງງານເປັນຫີນໄປສູ່ພະລັງງານທົດແທນ
ຍູ້ແຮງການຮ່ວມມື ຫວຽດນາມ - ອົດສະຕາລີ ໃນການຫັນປ່ຽນພະລັງງານ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຕ້ອນຮັບທ່ານເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ Andrew Goledzinowski
(ພາບ: TTXVN)

        ຕອນເຊົ້າວັນທີ 07 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ຕ້ອນຮັບທ່ານເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ Andrew Goledzinowski.

        ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ປາດຖະໜາວ່າ ອົດສະຕາລີ ຈະເຂົ້າຮ່ວມການສ້າງກົນໄກສົມທົບກັນ, ພ້ອມກັນກະທຳ ເພື່ອຊ່ວຍໃຫ້ ຫວຽດນາມ ບັນລຸເປົ້າໝາຍຫັນປ່ຽນພະລັງງານເປັນຫີນໄປສູ່ພະລັງງານທົດແທນ, ປະຕິບັດຄຳໝັ້ນສັນຍາຫຼຸດຜ່ອນການປ່ອຍອາຍພິດເຮືອແກ້ວລົງເປັນ 0 (Net Zero). ທ່ານຮອງນາຍົກລັດຖະມົນຕີກໍ່ສະເໜີໃຫ້ ອົດສະຕາລີ ແບ່ງປັນບົດຮຽນ, ຮ່ວມມືຄົ້ນຄວ້າ, ຖ່າຍຖອດເຕັກໂນໂລຊີຜະລິດ hydro ຂຽວ, amoniac ຂຽວ ຈາກພະລັງງານເປັນຫີນ ໄປສູ່ພະລັງງານທົດແທນ; ວິທີປ່ຽນແທນບັນດາແຫຼ່ງພະລັງງານເປັນຫີນ ເພື່ອຮັບປະກັນຄວາມດຸ່ນດ່ຽງ ແລະ ສະຖຽນລະພາບໃນລະບົບພະລັງງານ…

        ສ່ວນທ່ານເອກອັກຄະລັດຖະທູດ Andrew Goledzinowski ໃຫ້ຮູ້ວ່າ, ລັດຖະບານ ອົດສະຕາລີ ຕີລາຄາສູງບັນດາຄຳໝັ້ນສັນຍາຂອງ ຫວຽດນາມ ແລະ ພ້ອມແລ້ວທີ່ຈະໜູນຊ່ວຍທິດທາງການຫັນປ່ຽນພະລັງງານ, ຫຼຸດຜ່ອນການປ່ອຍອາຍພິດເຮືອແກ້ວລົງເປັນ 0 ໃນປີ 2050.

ຕອບກັບ

ຂ່າວ/ບົດ​ອື່ນ