ຍູ້ແຮງການຮຳ່ຮຽນແລະປະຕິບັດຕາມແນວຄິດ,ຄຸນສົມບັດ,ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນຢ່າງແທດຈິງ

ຍູ້ແຮງການຮຳ່ຮຽນແລະປະຕິບັດຕາມແນວຄິດ,ຄຸນສົມບັດ,ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນຢ່າງແທດຈິງ - ảnh 1
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

(vovworld) - ຕອນ​​ເຊົ້າ​ວັນ​ທີ 28/9, ຢູ່​ຮ່າ​ໂນ້ຍ, ຄະນະ​ໂຄ​ສະ​ນາ​ສຶກສາ​ສູນ​ກາງ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ກັບ​ຜູ້ຕາງໜ້າ​ບັນດາ​ກາ​ນນຳ​ກະຊວງ, ຄະນະ, ຂະ​ແໜງ​ການກ່ຽວ​ກັບ​ການ​ປະຕິບັດ​ແຜນການ 03 ຂອງ​ຄະນະ​ເລຂາສູນ​ກາງ​ພັກ​ກ່ຽວ​ກັບ “ການ​ປະຕິບັດ​ຄຳ​ສັ່​ງ​ເລກທີ 05 ຂອງ​ກົມການ​​ເມືອງ ກ່ຽວ​ກັບ​ການ​ຍູ້​ແຮງ​ການ​ຮຳ່ຮຽນ ​ແລະ ປະ​ຕິ​ບັດ​ຕາມ​ແນວ​ຄິດ, ຄຸນສົມບັດ, ​ແບບ​ແຜນການ​ດຳລົງ​ຊີວິ​ດ ​ໂຮ່ຈີ​ມິນ”. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ຫົວໜ້າ​ຄະນະ​ໂຄ​ສະ​ນາ​ສຶກສາ​ສູນ​ກາງ ມາຍ​ວັນ​ນີງ ​ເນັ້ນ​ໜັກ​ວ່າ: ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ທ້ອງ​ຖິ່ນ, ຄະນະ, ຂະ​ແໜງ​ການ​ສືບ​ຕໍ່​ຊາບ​ຊຶມ​ຈິດ​ໃຈ​ຂອງ​ຄຳ​ສັ່ງ​ເລກທີ 05, ຖື​ນີ້​ແມ່ນ​ວຽກ​ງານ​ປະຈຳ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງພັກ, ຫົວໜ່ວຍ, ສຸມ​ໃສ່​ແກ້​ໄຂ​ບັນດາ​ບັນຫາ​ເຄັ່ງຮ້ອນ​ຂອງ​ອົງການ, ຫົວໜ່ວຍ, ບັນດາ​ວຽກ​ງານ​ທີ່​ອົງການ, ຫົວໜ່ວຍ​ພວມ​ເອົາ​ໃຈ​ໃສ່. ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ອົງການ​​ໂຄສະນາ​ສຶກສາ​ສູ​ນກາງ ກໍ່​ສືບ​ຕໍ່​ຍູ້​ແຮງ​ການ​ໂຄສະນາ​ຢ່າງ​ອຸດົມສົມ​ບູນ, ​ເປັນ​ປະຈຳ, ຕໍ່​ເນື່ອງ, ​ເພີ່ມ​ທະວີ​ການຕິດຕາມກ​ວ​​ດກາການ​ປະຕິບັດ​ຄຳ​ສັ່ງ​ດັ່ງກ່າວເພື່ອ​ໃຫ້ການ​ຮຳ່ຮຽນ​ກ້າວ​ສູ່​ຊີວິດຕົວ​ຈິງ.


ຂ່າວ/ບົດ​ອື່ນ