ຍູ້ແຮງການໜູນຊ່ວຍເຮືອນຢູ່ໃຫ້ແກ່ຜູ້ມີຄຸນງາມຄວາມດີ, ນັກຮົບເກົ່າທຸກຍາກ, ຄອບຄົວທຸກຍາກ

(VOVWORLD) -ເຖິງວ່າ ຮ່າຢາງ ແມ່ນແຂວງເຂດຊາຍແດນທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ໃນໄລຍະ 2 ປີຜ່ານມາກໍ່ໄດ້ຈັດສັນເຮືອນຢູ່ໃຫ້ແກ່ 5.100 ຄອບຄົວ.
ຍູ້ແຮງການໜູນຊ່ວຍເຮືອນຢູ່ໃຫ້ແກ່ຜູ້ມີຄຸນງາມຄວາມດີ, ນັກຮົບເກົ່າທຸກຍາກ, ຄອບຄົວທຸກຍາກ - ảnh 1(ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ກອງປະຊຸມ)

ຕອນບ່າຍວັນທີ 07 ທັນວາ, ຢູ່ ຮ່າຢາງ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມ ແລະ ຊີ້ນຳກອງປະຊຸມສະຫຼຸບໂຄງການໜູນຊ່ວຍກໍ່ສ້າງເຮືອນຢູ່ໃຫ້ແກ່ຜູ້ມີຄຸນງາມຄວາມດີ, ນັກຮົບເກົ່າທຸກຍາກ, ຄອບຄົວທຸກຍາກໃນບໍລິເວນແຂວງ ຮ່າຢາງ ໄລຍະ 2019 – 2021. ທ່ານປະທານປະເທດ ໄດ້ຮັບຮູ້ການໜູນຊ່ວຍກໍ່ສ້າງເຮືອນຢູ່ໃຫ້ແກ່ບັນດາເປົ້າໝາຍດັ່ງກ່າວວ່າແມ່ນໂຄງການມີຄວາມໝາຍດ້ານການເມືອງ, ວັດທະນະທຳມະນຸດຢ່າງເລິກເຊິ່ງ, ສະແດງໃຫ້ເຫັນຂະບວນການທົ່ວປະເທດຮ່ວມແຮງຮ່ວມໃຈເພື່ອຄົນທຸກຍາກ; ພ້ອມທັງ ຕີລາຄາສູງວ່າ ເຖິງວ່າ ຮ່າຢາງ ແມ່ນແຂວງເຂດຊາຍແດນທີ່ຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງກໍ່ຕາມ, ແຕ່ໃນໄລຍະ 2 ປີຜ່ານມາກໍ່ໄດ້ຈັດສັນເຮືອນຢູ່ໃຫ້ແກ່ 5.100 ຄອບຄົວ. ໃນໄລຍະຈະມາເຖິງ, ທ່ານປະທານປະເທດ ສະເໜີໃຫ້ແຂວງ ຮ່າຢາງ ຈົ່ງສືບຕໍ່ຜັນຂະຫຍາຍໂຄງການ ເພື່ອຊ່ວຍໃຫ້ພໍ່ແມ່ປະຊາຊົນຫຼຸດຜ່ອນຄວາມຫຍຸ້ງຍາກ.

        “ຂ້າພະເຈົ້າສະເໜີ, ໂຄງການໜູນຊ່ວຍເຮືອນຢູ່ ດ້ວຍວີທີເຮັດຢ່າງເປັນລະບົບຂອງແຂວງ ຮ່າຢາງ ຂະແໜງການຕ່າງໆຕ້ອງທະວີຄູນອອກສູ່ທ້ອງຖິ່ນອື່ໆໃນທົ່ວປະເທດ, ລະດົມກຳລັງແຮງສັງລວມຂອງປະຊາຊົນ, ລະບົບການເມືອງຄື ຮ່າຢາງ. ຈາກວິທີເຮັດດັ່ງກ່າວ, ພວກເຮົາຕ້ອງຄຳນຶດເຖິງຍຸດທະສາດສັງລວມ, ເປັນລະບົບກ່ຽວກັບເຮືອນຢູ່ສັງຄົມ, ເຮືອນຢູ່ໃຫ້ແກ່ນັກສຶກສາ, ກຳມະກອນ… ເພື່ອນຳມາເຊິ່ງກາລະໂອກາດໃຫ້ຜູ້ມີລາຍຮັບຕ່ຳໄດ້ມີເຮືອນຢູ່ທີ່ດີກວ່າ”.

ຕອບກັບ

ຂ່າວ/ບົດ​ອື່ນ