ຍູ້ແຮງວຽກງານຕ້ອນຮັບພົນລະເມືອງ,ແກ້ໄຂການຮ້ອງທຸກຮ້ອງຟ້ອງຂອງພົນລະເມືອງ

(VOVWORLD) -ວັນທີ 24 ພະຈິກ, ສະພາແຫ່ງຊາດໄດ້ປຶກສາຫາລືກ່ຽວກັບບົດລາຍງານວຽກງານ ແກ້ໄຂການຮ້ອງທຸກຮ້ອງຟ້ອງຂອງພົນລະເມືອງປີ 2018

ຍູ້ແຮງວຽກງານຕ້ອນຮັບພົນລະເມືອງ,ແກ້ໄຂການຮ້ອງທຸກຮ້ອງຟ້ອງຂອງພົນລະເມືອງ - ảnh 1  ທ່ານຫົວໜ້າອົງການກວດກາລັດຖະບານ ເລມິງຄ໊າຍ

(ພາບປະກອບ: quochoi.vn)

ໃນບົດລາຍງານສະຫຼຸບການແກ້ໄຂການຮ້ອງທຸກ, ຮ້ອງຟ້ອງຂອງພົນລະເມືອງ ທີ່ສົ່ງເຖິງສະພາແຫ່ງຊາດໃນປີ 2018, ຄະນະກຳມາທິການຂອງສະພາແຫ່ງຊາດ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໃນການຕ້ອນຮັບພົນລະເມືອງ, ແກ້ໄຂການຮ້ອງທຸກ, ຮ້ອງຟ້ອງຂອງພົນລະເມືອງ. ພ້ອມທັງສະເໜີຕໍ່ລັດຖະບານ ຮີບເຮັ່ງປະກາດໃຊ້ດຳລັດກຳນົດລະອຽດກ່ຽວກັບການປະຕິບັດກົດໝາຍວ່າດ້ວຍການຮ້ອງຟ້ອງປີ 2018; ປະຕິບັດຂໍ້ກຳນົດຂອງກົດໝາຍກ່ຽວກັບການຕ້ອນຮັບພົນລະເມືອງຢ່າງເຂັ້ມງວດ. ທີ່ກອງປະຊຸມ, ທ່ານຫົວໜ້າອົງການກວດກາລັດຖະບານ ເລມິງຄ໊າຍ, ຊີ້ແຈ້ງວ່າ.

        “ລັດຖະບານ, ນນາຍົກລັດຖະມົນຕີ ໄດ້ເອົາໃຈໃສ່, ຊີ້ນຳການຕິດຕາມ, ຕີລາຄາ, ເພີ່ມເຕີມ, ປັບປຸງລະບົບເອກະສານນິຕິກຳກ່ຽວກັບການຕ້ອນຮັບພົນລະເມືອງ, ແກ້ໄຂການຮ້ອງທຸກ, ຮ້ອງຟ້ອງເປັນປະຈຳ. ມາຮອດປະຈຸບັນ, ບັນດາເອກະສານດ້ານກົດໝາຍໃນຂົງເຂດນີ້ນັບມື້ນັບໄດ້ຮັບການສ້າງໃຫ້ສົມບູນແບບ, ໃນນັ້ນໄດ້ສ້າງກົດໝາຍວ່າດ້ວຍການຮ້ອງຟ້ອງ (ສະບັບປັບປຸງ) ຍື່ນສະເໜີຕໍ່ສະພາແຫ່ງຊາດຊຸດທີ 14 ຮັບຮອງເອົາທີ່ກອງປະຊຸມສະໄໝສາມັນເທື່ອທີ 5; ສ້າງດຳລັດວ່າດ້ວຍການກຳນົດລະອຽດ ແລະ ມາດຕະການປະຕິບັດບາງມາດຕາຂອງກົດໝາຍວ່າດ້ວຍການຟ້ອງຮ້ອງ, ດຳລັດການກຳນົດລະອຽດ ແລະ ມາດຕະການປະຕິບັດກົດໝາຍວ່າດ້ວຍການຮ້ອງຟ້ອງ …”

ຕອບກັບ

ຂ່າວ/ບົດ​ອື່ນ