ຍູ້ແຮງເລື່ອງໂຄສະນາປົກປັກຮັກສາອະທິປະໄຕ ທະເລ, ໝູ່ເກາະ

ຍູ້ແຮງເລື່ອງໂຄສະນາປົກປັກຮັກສາອະທິປະໄຕ ທະເລ, ໝູ່ເກາະ - ảnh 1
ກ​ອງ​ປະຊຸມ​ຜັນ​ຂະຫຍາຍ​ວຽກ​ງານ​ໂຄສະນາ​
ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ, ໝູ່​ເກາະ​ຫວຽດນາມ
(ພາບ: baothaibinh.com.vn)


(vovworld) - ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮັບ​ຮູ້, ໜ້າ​ທີ່​ຮັບຜິດຊອບ​ຂອງ​ທຸກ​ຂັ້ນ, ຂະ​ແໜງການ, ອົງການ​ຈັດ​ຕັ້ງ​ມະຫາຊົນ ​ແລະ ສ່ວນ​ບຸກຄົນ​ກ່ຽວ​ກັບ​ທະ​ເລ, ໝູ່​ເກາະ. ວັນ​ທີ 22 ສິງຫາ, ຢູ່​ແຂວງ ທ໋າຍບິ່ງ ​ໄດ້​ຈັດກ​ອງ​ປະຊຸມ​ຜັນ​ຂະຫຍາຍ​ວຽກ​ງານ​ໂຄສະນາ​ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ, ໝູ່​ເກາະ​ຫວຽດນາມ. ກຳນົດ​ວຽກ​ງານ​ໂຄສະນາ​ກ່ຽວ​ກັບທະ​ເລ, ໝູ່​ເກາະ ​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ສຳຄັນ, ​ແຂວງ​ທ໋າຍບິ່ງ ຮຽກຮ້ອງ​ໃຫ້​ທຸກ​ຂັ້ນ, ທຸກຂະ​ແໜງ​ການ, ທ້ອງ​ຖິ່ນຕ່າງໆ ພາຍ​ໃນ​ແຂວງ ຍູ້​ແຮງ​ການ​ໂຄສະນາ​ບັນດາ​ເອະ​ກະສາ​ນປະ​ຫວັດ​ສາດ, ​ແຜນ​ທີ, ຟິມຮູບ​ເງົາ ຢືນຢັນ​ອະທິປະ​ໄຕ​ເຂດທະ​ເລ, ໝູ່​ເກາະຂອງ​ຫວຽດນາມ. ຜ່ານ​ນັ້ນ, ບັນດາ​ພະນັກງານ, ສະມາຊິກ​ພັກ, ກຳລັງ​ປະກອບ​ອາວຸດ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນ​ນະ ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ບົດບາດ, ທີ່​ຕັ້ງ​ສຳຄັນ​ຂອງທະ​ເລ, ໝູ່​ເກາະທີ່​ມີ​ຕໍ່ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາປະ​ເທດ​ຊາດ ​ເພື່ອ​ພ້ອມ​ກັນ​ປະຕິບັດ​ວຽກ​ງານ​ຄຸ້ມ​ຄອງ, ປົກ​ປັກ​ຮັກສາອະທິປະ​ໄຕ​ຢ່າງ​ແໜ້ນ​ຟ້ນ, ປະກອບສ່ວນ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 4 ຊຸດ​ທີ 10 “ກ່ຽວ​ກັບ​ຍຸດ​ທະ​ຍາດ​ທະ​ເລ​ຫວຽດນາມ ຮອດ​ປີ 2020” ຢ່າງ​ມີ​ໄຊ.
ຂ່າວ/ບົດ​ອື່ນ