ດຶງດູດວິສາຫະກິດຍີ່ປຸ່ນລົງທຶນເຂົ້າຫວຽດນາມ

ດຶງດູດວິສາຫະກິດຍີ່ປຸ່ນລົງທຶນເຂົ້າຫວຽດນາມ - ảnh 1
ກອງປະຊຸມດຶງດູດການເຂົ້າຮ່ວມຂອງວິສາຫະກິດ ຍີ່ປຸ່ນ ແລະ ວິສາຫະກິດ ຫວຽດນາມ ເປັນຈຳນວນຫຼວງຫຼາຍ
(ພາບ: vov.vn)


(vovworld) – ກອງປະຊຸມ​ສຳ​ມະ​ນາ “M&A ຢູ່​ຫວຽດນາມ: ກຳລັງ​ດຶງ​ດູດ​ຈາກ​ຕະຫຼາດ​ຍີ່ປຸ່ນ” ​ໄດ້​ຮັບ​ການຈັດ​ຕັ້ງ​ໃນ​ວັນ​ທີ 12/11 ຢູ່ ​ໂຕ​ກຽວ, ປະ​ເທດ ຍີ່ປຸ່ນ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ນອນ​ໃນ​ບັນດາ​ເຫດການ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ, ດ້ວຍ​ຈຸດປະສົງ​ຊຸກຍູ້​ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ ລົງ​ທຶນ​ເຂົ້າ​ຫວຽດນາມ ພາຍ​ໃຕ້​ຮູບ​ການ​ປະກອບ​​ເງິນ​ລົງທຶນ (M&A ) ​ເຂົ້າ​​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ທີ່​ມີ​ຄວາມ​ສາມາດ​ບົ່​ມຊ້ອນ.

    ກ່າວ​ຄຳ​ເຫັນ​ນະທີ່ນີ້, ທ່ານ​ເອກ​ອັກຄະ​ລັດຖະທູດ ຫວຽດນາມ ປະຈຳ ຍີ່ປຸ່ນ ດ່ວານ​ຊວນ​ຮຶງ ​ໃຫ້​ຮູ້​ວ່າ: ລັດຖະບານ ຫວຽດນາມ  ສ້າ​ງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດ ຍີ່ປຸ່ນ ລົງ​ທຶນ​ເຂົ້າ ຫວຽດນາມ. ປະຈຸ​ບັນ, ສະພາບ​ແວດລ້ອມ​ແຫ່ງ​ການ​ຮ່ວມ​ມື​ເສດຖະກິດ ຫວຽດນາມ - ຍີ່ປຸ່ນ ສະດວກ​ທີ່​ສຸດ​ເມື່ອ​ບັນດາ​ວິ​ສາ​ຫະກິດ ຍີ່ປຸ່ນ, ພິ​ເສດ​ແມ່ນ​ບັນ​ດາ​ບໍລິສັດ​ຂະໜາດ​ກາງ ​ແລະ ນ້ອຍ, ​ເອົາ​ໃຈ​ໃສ່​ເຖິງ​ການ​ລົງທຶນ​ເຂົ້າ ຫວຽດນາມ ທີ່​ສຸດ​ໃນ​ຂະນະ​ນັ້ນ​ລັດຖະບານ ຫວຽດນາມ ​ໄດ້​ປະກາດ​ຍຸດ​ທະ​ສາດ​ຫັນ​ເປັນ​ອຸດສາຫະກຳ​ດ້ວຍ 6 ຂົງ​ເຂດ​ບຸລິມະສິດ​ທີ່​ມີ​ການ​ເຂົ້າ​ຮ່ວມ​ຂອງ ຍີ່ປຸ່ນ.

    ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ນັກ​ປາຖະກະຖາ​ເຊິ່ງ​ແມ່ນ​ແຂກ​ຖືກ​ເຊີ​ນ ຫວຽດນາມ ​ແລະ ຍີ່ປຸ່ນ ​​ໄດ້ແບ່ງປັນ​ບົດຮຽນ​ໃນ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸລະ​ກິດ​ກໍ່​ຄື​ການ​ເລືອກ​ເຟັ້ນຄູ່​ຮ່ວມ​ມື.

ຂ່າວ/ບົດ​ອື່ນ