ດັດປັບເວລາພິຈາລະນາ, ຮັບຮອງເອົາຮ່າງກົດໝາຍວ່າດ້ວຍຫົວໜ່ວຍປົກຄອງ-ເສດຖະກິດພິເສດ

(VOVWORLD) - ຮັບຮອງເອົາຮ່າງກົດໝາຍວ່າດ້ວຍຫົວໜ່ວຍປົກຄອງ - ເສດຖະກິດພິເສດ ເວີນດົນ, ບັກເວີນຟອງ, ຟູ໋ກວກ; ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການອະໄພຍະໂທດ (ສະບັບປັບປຸງ)...
ດັດປັບເວລາພິຈາລະນາ, ຮັບຮອງເອົາຮ່າງກົດໝາຍວ່າດ້ວຍຫົວໜ່ວຍປົກຄອງ-ເສດຖະກິດພິເສດ - ảnh 1ການເຮັດວຽກຂອງ ສສຊ ຢູ່ຫໍປະຊຸມ

ວັນທີ 11 ມິຖຸນາ, ສະພາແຫ່ງຊາດເຮັດວຽກຢູ່ຫໍປະຊຸມ, ຮັບຟັງບົດລາຍງານຂອງຄະນະປະຈຳສະພາແຫ່ງຊາດ ແລະ ລົງຄະແນນສຽງຮັບຮອງເອົາການດັດປັບເວລາປຶກສາຫາລື, ຮັບຮອງເອົາຮ່າງກົດໝາຍວ່າດ້ວຍຫົວໜ່ວຍປົກຄອງ - ເສດຖະກິດພິເສດ ເວີນດົນ, ບັກເວີນຟອງ, ຟູ໋ກວກ; ປຶກສາຫາລືກ່ຽວກັບຮ່າງກົດໝາຍວ່າດ້ວຍການອະໄພຍະໂທດ (ສະບັບປັບປຸງ) ແລະ ຮັບຟັງທ່ານລັດຖະມົນຕີກະຊວງຕຳຫຼວດ ໂຕເລິມ ອະພິປາຍຕໍ່ຄຳເຫັນຂອງສະມາຊິກສະພາແຫ່ງຊາດ.

        ດ້ວຍອັດຕາບັດສະໜັບສະໜູນ 85,63%, ສະພາແຫ່ງຊາດໄດ້ລົງຄະແນນສຽງເຫັນດີໂຈະເວລາຮັບຮອງເອົາຮ່າງກົດໝາຍວ່າດ້ວຍຫົວໜ່ວຍປົກຄອງເສດຖະກິດພິເສດ ເວີນດົນ, ບັກເວີນຟອງ, ຟູ໋ກວກ ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຈະມາເຖິງ.  ທ່ານ ຫງວຽນຄັກດິ້ງ, ຫົວໜ້າກຳມາທິການກົດໝາຍຂອງສະພາແຫ່ງຊາດ ໃຫ້ຮູ້ວ່າ:

        “ນີ້ແມ່ນຮ່າງກົດໝາຍສະບັບໃໝ່, ຍັງມີຄວາມສັບສົນຫຼາຍຢ່າງ, ຍັງບໍ່ທັນມີມາກ່ອນ, ຫຼາຍກົນໄກນະໂຍບາຍໃນຮ່າງກົດໝາຍມີລັກສະນະບຸກທະລຸ ທັງດ້ານກົງຈັກການຈັດຕັ້ງ, ທັດສະນະ, ການກຳນົດທິດແຫ່ງການພັດທະນາໃນເງື່ອນໄຂເຊື່ອມໂຍງເຂົ້າກັບສາກົນນັບມື້ນັບເລິກເຊິ່ງ, ກ້ວາງຂວາງ ແລະ ໃນສະພາບການສາກົນ ແລະ ພາກພື້ນມີຄວາມສັບສົນຫຼາຍຢ່າງ. ຄຳເຫັນຂອງ ສະມາຊິກສະພາແຫ່ງຊາດ, ຜູ້ອາວຸໂສ, ນັກຊ່ຽວຊານ, ນັກວິທະຍາສາດ ແລະ ຜູ້ມີສິດເລືອກຕັ້ງກ່ຽວກັບເນື້ອໃນຂອງຮ່າງກົດໝາຍຍັງມີຄວາມແຕກຕ່າງກັນ. ບົນພື້ນຖານຮັບເອົາຄຳເຫັນຂອງບັນດາ ສສຊ, ປະຊາຊົນທຸກຊັ້ນວັນນະ ແລະ ຜູ້ມີສິດເລືອກຕັ້ງ, ຄະນະປະຈຳສະພາແຫ່ງຊາດ ໄດ້ຄິດໄລ່ຊັ່ງຊາຫຼາຍດ້ານ ແລະ ເປັນເອກະພາບກັບລັດຖະບານ ປັບປຸງຂໍ້ກຳນົດຂອງຮ່າງກົດໝາຍກ່ຽວກັບການກຳນົດເວລານຳໃຊ້ທີ່ດິນເຂົ້າໃນກົດໝາຍວ່າດ້ວຍທີ່ດິນທີ່ພວມປະກາດໃຊ້, ບໍ່ກຳນົດກໍລະນີພິເສດເຖິງ 99 ປີ.”

        ເມື່ອປຶກສາຫາລື ກ່ຽວກັບກົດໝາຍວ່າດ້ວຍການອະໄພຍະໂທດ (ສະບັບປັບປຸງ), ບັນດາ ສສຊ ຖືວ່າ: ການປັບປຸງກົດໝາຍວ່າດ້ວຍການອະໄພຍະໂທດ ແມ່ນອີງໃສ່ຫຼັກການຖືການອະໄພຍະໂທດແມ່ນການໃຫ້ອະໄພຍະໂທດພິເສດຂອງລັດໂດຍທ່ານປະທານປະເທດ ເປັນຜູ້ຕັດສິນສຳລັບຜູ້ຖືກສານຕັດສິນໂທດຈຳຄຸກ. ດັ່ງນັ້ນ, ບັນດາຂໍ້ກຳນົດກ່ຽວກັບການອະໄພຍະໂທດມີຄວາມແຕກຕ່າງໂດຍພື້ນຖານ ເມື່ອທຽບໃສ່ບັນດານະໂຍບາຍອະໄພຍະໂທດອື່ນໆພວມມອບໝາຍໃຫ້ບັນດາອົງການຕຸລາການປະຕິບັດ.

ຕອບກັບ

ຂ່າວ/ບົດ​ອື່ນ