ດ່າ​ນັ້ງ: ຈັດ​ບັນ​ດາ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ, ສ​ະ​ແດງ​ສິ​ລະ​ປະ ເພື່ອ​​ຕ້ອນຮັບປີໃໝ່ 2023

(VOVWORLD) -ເພື່ອຕ້ອນຮັບປີໃໝ່ສາກົນ 2023, ນະຄອນດ່ານັ້ງ ຈະຈັດຫຼາຍກິດຈະກຳ ວັດທະນະທຳ, ສິລະປະທີ່ດູດດື່ມ, ໃຫ້ປະຊາຊົນ ແລະ ແຂກທ່ອງທ່ຽວໄດ້ເຂົ້າຮ່ວມການຄົ້ນຫາຕົວຈິງ. 
 ດ່າ​ນັ້ງ: ຈັດ​ບັນ​ດາ​ກິດ​ຈະ​ກຳ​ວັດ​ທະ​ນະ​ທຳ, ສ​ະ​ແດງ​ສິ​ລະ​ປະ ເພື່ອ​​ຕ້ອນຮັບປີໃໝ່ 2023 - ảnh 1ພາບປະກອບ

ຢູ່ສວນສາທາລະນະ ບຽນດົງ, ເມືອງ ເຊີນຈ່າ, ໄດ້ດຳເນີນກິດຈະກຳວາງສະແດງ ຜົນງານສິລະປະ. ພິເສດ ມີລາຍການຄອນເຊີດ Countdown 2023 ທີ່ມີການເຂົ້າຮ່ວມຂອງນັກຮ້ອງ, ນັກສິລະປະກອນທີ່ມີຊື່ສຽງຫຼາຍຄົນ. ນອກຈາກນັ້ນ ຍັງມີກິດຈະກຳໃໝ່ທີ່ເປັນໜ້າສົນໃຈໄດ້ດຳເນີນຢູ່ທ່າອາກາດສະຍານສາກົນ ດ່ານັ້ງ ແມ່ນ ລາຍການສະແດງສິລະປະ ທີ່ເປັນມູນເຊື້ອ “ເສັ້ນທາງແຫ່ງມໍລະດົກ”. ທ່ານ ຮ່າວີ, ຮອງຫົວໜ້າພະແນກ ວັດທະນະທຳ - ກິລາ ແລະ ທ່ອງທ່ຽວນະຄອນດ່ານັ້ງ ໃຫ້ຮູ້ວ່າ:

        ປັດຈຸບັນ, ຫວຽດນາມ ຄວບຄຸມ ພະຍາດໂຄວິດ - 19 ໄດ້ແລ້ວ, ທຸກເງື່ອນໄຂພວມຢູ່ໃນທ່າອ່ຽງການຟື້ນຟູ ກິດຈະກຳຕ່າງໆ, ພິເສດແມ່ນ ກິດຈະກຳວັດທະນະທຳ, ກິລາ, ການທ່ອງທ່ຽວ, ນະຄອນມີແຜນນະໂຍບາຍຈັດຕັ້ງຫຼາຍລາຍການສະແດງສິລະປະ ເຊິ່ງໄດ້ລົງທຶນໃໝ່, ມີຄວາມປະທັບໃຈ, ດູດດື່ມກ່ວາອີກ. ພວກຂ້າພະເຈົ້າ ຢາກເຮັດໃຫ້ແຂກທ່ອງທ່ຽວມາເຂົ້າຮ່ວມເຫດການທີ່ມີການເຊື່ອມຕໍ່ກັບບັນດາສະຖານທີ່ດ້ານວັດທະນະທຳ, ການທ່ອງທ່ຽວ, ສະຖານທີ່ທ່ອງທ່ຽວ, ປູຊະນີຍະສະຖານທີ່ສຳຄັນຂອງນະຄອນ.

        ແລະກໍ່ໃນຕອນຄ່ຳວັນທີ 28 ທັນວາ ຢູ່ນະຄອນ ໂຮ້ຍອານ, ແຂວງກ໋ວາງນາມ ກໍ່ໄດ້ຈັດບັນດາກິດຈະກຳວັດທະນະທຳ 2023. ໃນນັ້ນລາຍການ “ເສັ້ນທາງແຫ່ງສິລະປະ ແລະ ປະດິດຄິດສ້າງ” ໄດ້ດຶງດູດນັກສິລະປະກອນຫຼາຍສິບຄົນທີ່ມາຈາກບັນດາໝູ່ບ້ານອາຊີບຫັດຖະກຳຢູ່ນະຄອນ ໂຮ້ຍອານ, ວາງສະແດງ ບັນດາຜະລິດຕະພັນຂອງໝູ່ບ້ານອາຊີບເຫຼົ່ານີ້.

ຕອບກັບ

ຂ່າວ/ບົດ​ອື່ນ