ດ່ານັ້ງ ປະກາດໂຄງການໜູນຊ່ວຍການດຶງດູດນັກທ່ອງທ່ຽວ MICE ສາກົນ

(VOVWORLD) -ພາຍຫຼັງປະກາດໃຊ້ໂຄງການໜູນຊ່ວຍ, ພະແນກທ່ອງທ່ຽວນະຄອນ ດ່ານັ້ງ ໄດ້ຕ້ອນຮັບ 2 ຄະນະນັກທ່ອງທ່ຽວ MICE ສາກົນທຳອິດ ລວມມີ 558 ຄົນທີ່ມາຈາກ ອິນໂດເນເຊຍ ແລະ ນັກທ່ອງທ່ຽວ 138 ຄົນທີ່ມາຈາກ ມາເລເຊຍ.
ດ່ານັ້ງ ປະກາດໂຄງການໜູນຊ່ວຍການດຶງດູດນັກທ່ອງທ່ຽວ MICE ສາກົນ - ảnh 1

        ຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ ຫາກໍ່ປະກາດໂຄງການໜູນຊ່ວຍນັກທ່ອງທ່ຽວ MICE (ທ່ອງທ່ຽວເຂົ້າຮ່ວມກອງປະຊຸມ, ກອງປະຊຸມສຳມະນາ). ນີ້ແມ່ນຂະບວນນັກທ່ອງທ່ຽວທີ່ເປັນທ່າແຮງບົ່ມຊ້ອນສຳລັບນະຄອນ ດ່ານັ້ງ. ໂຄງການໜູນຊ່ວຍການດຶງດູດນັກທ່ອງທ່ຽວ MICE ສາກົນລວມມີ: ໜູນຊ່ວຍການຕ້ອນຮັບ, ຊົມເຊີຍ, ສື່ສານ; ໜູນຊ່ວຍການໃຫ້ຄຳປຶກສາ, ຈັດຕັ້ງເຫດການ MICE; ໃຫ້ບຸລິມະສິດກ່ຽວກັບການບໍລິການ… ພາຍຫຼັງປະກາດໃຊ້ໂຄງການໜູນຊ່ວຍ, ພະແນກທ່ອງທ່ຽວນະຄອນ ດ່ານັ້ງ ໄດ້ຕ້ອນຮັບ 2 ຄະນະນັກທ່ອງທ່ຽວ MICE ສາກົນທຳອິດ ລວມມີ 558 ຄົນທີ່ມາຈາກ ອິນໂດເນເຊຍ ແລະ ນັກທ່ອງທ່ຽວ 138 ຄົນທີ່ມາຈາກ ມາເລເຊຍ.

        ກ່ອນໜ້ານັ້ນ, ນັບແຕ່ວັນທີ 21 ກຸມພາ ຫາວັນທີ 01 ສິງຫາ 2022, ນະຄອນ ດ່ານັ້ງ ກໍ່ມີຫຼາຍນະໂຍບາຍໜູນຊ່ວຍນັກທ່ອງທ່ຽວ MICE ຢູ່ພາຍໃນປະເທດ ແລະ ຕ້ອນຮັບຄະນະນັກທ່ອງທ່ຽວດ້ວຍເກືອບ 15.600 ເທື່ອຄົນມາທ່ອງທ່ຽວຢູ່ ດ່ານັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ