ດ່ານັ້ງ: ປະຕິບັດສຳເລັດຫຼາຍກິດຈະກຳທີ່ຮັບໃຊ້ໃຫ້ APEC

(VOVWORLD) - ເພື່ອກະກຽມໃຫ້ແກ່ສັບປະດາສຸດຍອດ APEC ທີ່ດຳເນີນໃນເດືອນພະຈິກຈະມາເຖິງ, ນະຄອນ ດ່ານັ້ງ ໄດ້ລົງທຶນກໍ່ສ້າງ, ຍົກລະດັບຫຼາຍກິດຈະກຳທີ່ສຳຄັນ.
ດ່ານັ້ງ: ປະຕິບັດສຳເລັດຫຼາຍກິດຈະກຳທີ່ຮັບໃຊ້ໃຫ້ APEC - ảnh 1 ນະຄອນ ດ່າໜັງ

ມາຮອດປັດຈຸບັນ, ບັນດາກິດຈະກຳໄດ້ຮັບປະກັນຄວາມຄືບໜ້າ, ມີຫຼາຍກິດຈະກຳໄດ້ກໍ່ສ້າງສຳເລັດແລ້ວ. ຕາມນັ້ນແລ້ວ, ບັນດາກິດຈະກຳລູລະນະຫໍກິລາ ຕຽນເຊີນ, ສູນການຂ່າວສາກົນ, ສະຖານີຕ້ອນຮັບແຂກ VIP ຢູ່ສະໜາມບິນສາກົນ ດ່ານັ້ງ ໄດ້ສຳເລັດໂດຍພື້ນຖານແລ້ວ. ໄລ່ຮອດທ້າຍເດືອນກັນຍາແມ່ນຈະສຳເລັດໂຄງການເປີດກວ້າງສະໜາມໃຫ້ເຮືອບິນຈອດຢູ່ພາກເໜືອ ແລະ ໂຄງການບູລະນະ, ຍົກລະດັບສະໜາມໃຫ້ເຮືອບິນຈອດຢູ່ສະໜາມບິນສາກົນ. ທາງນະຄອນກໍ່ໄດ້ກໍ່ສ້າງ ແລະ ສ້ອມແປງ 21 ເສັ້ນທາງ ແລະ ປູກຕົ້ນໄມ້ສຳເລັດແລ້ວ. ທ່ານ ຮວີ່ນດຶກເທີ, ປະທານຄະນະກຳມະການປະຊາຊົນນະຄອນ ດ່ານັ້ງ, ໄດ້ສະເໜີບັນດາຫົວໜ່ວຍກ່ຽວຂ້ອງຮີບເຮັ່ງປະຕິບັດວຽກງານຕ່າງໆທີ່ໄດ້ຮັບມອບໝາຍໃຫ້ສຳເລັດ:

        “ຍູ້ໄວຄວາມຄືບໜ້າໃນການກໍ່ສ້າງກິດຈະກຳຮັບໃຊ້ໃຫ້ແກ່ສັບປະດາສຸດຍອດ APEC, ລາຍຊື່ບັນດາກິດຈະກຳທີ່ນອນໃນຂອບເຂດງົບປະມານຂອງນະຄອນແມ່ນຕ້ອງຮັບປະກັນຖືກຕ້ອງຕາມຄວາມຄືບໜ້າ. ພິເສດ, ໃນບັນດາຂົງເຂດຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພໃນສັງຄົມ ແມ່ນການປະກອບສ່ວນສຳຄັນໃຫ້ແກ່ບັນດາເຫດການໃຫຍ່ໃນປີ 2017, ໃນນັ້ນມີເຫດການ APEC.

ຕອບກັບ

ຂ່າວ/ບົດ​ອື່ນ