ດານັ້ງ ຮັບແຜນທີ່ 90 ແຜ່ນທີ່ກ່ຽວຂ້ອງເຖິງໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ

ດານັ້ງ ຮັບແຜນທີ່ 90 ແຜ່ນທີ່ກ່ຽວຂ້ອງເຖິງໝູ່ເກາະ ຮ່ວາງຊາ ແລະ ເຈື່ອງຊາ - ảnh 1
ແຜນ​ທີ່ຢືນຢັນອະທິປະ​ໄຕ​ສຳລັບໝູ່ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ
ແມ່ນ​ຜືນ​ແຜ່ນດິນ​ທີ່ຂຶ້ນ​ກັບອະທິປະ​ໄຕ​ຂອງ​ຫວຽດນາມ
(ພາບ: tienphong.vn)


(vovworld) -     ສະຖານ​ບັນ​ຄົ້ນຄວ້າ​ເສດຖະກິດ - ສັງຄົມ ດາ​ນັ້ງ ​ໃຫ້​ຮູ້​ວ່າ, ​ໃນ​ເດືອນ 11 ນີ້, ສະ​ຖາ​ບັນຈະ​ໄດ້​ຮັບ​ແຜນ​ທີ່ 90 ​ແຜ່ນ (ລວມທັງ​ແຜນ​ທີ່​ຈີນ ທີ່​ບໍ່​ມີ​​ໝູ່ເກາະຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ; ​ແຜນ​ທີ່​ຫວຽດນາມ ທີ່ມີ​ອະທິປະ​ໄຕ​ສຳລັບໝູ່ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ) ​ໂດ​ຍທ່ານ Tran Thang, ປະທານ​ສະມາຄົມ​ວັ​ດທະນະ​ທຳ​ຫວຽດນາມ ຢູ່ອາ​ເມ​ລິ​ກາ, ​ເກັບ​ຮັກສາ. ​ແຜນ​ທີ່ 90 ​ແຜ່ນ​ໄດ້​ພິມຈຳ​ໜ່າຍ​ຢູ່​ຫຼາຍ​ປະ​ເທດ​ຄື: ອັງກິດ, ​ເຢຍລະ​ມັນ, ອົດ​ສະ​ຕາ​ລີ, ກາ​ນາ​ດາ, ອາ​ເມ​ລິ​ກາ… ​ນັບແຕ່​ປີ 1626 – 1980. ບັນດາ​ແຜນ​ທີ່​ດັ່ງກ່າວ​ຂຶ້ນ​ກັບ 3 ໝວດ; ໝວດ​ທີ 1 ​ແມ່ນ​ບັນດາ​ແຜນ​ທີ່​ຈີນ ​ໃນ​ນັ້ນ​ກຳນົດ​ອະທິປະ​ໄຕຕອນ​ໃຕ້​ຊຸດ​ຂອງ​ຈີນ ​ແມ່ນ​ຮອດ​ເກາະ ​ໄຮໜານ, ໝວດ​ທີ 2 ​ແມ່ນ​ບັນດາ​ແຜນ​ທີ່​ຫວຽດນາມ ​ທີ່​ກຳນົດ​ໝູ່ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ຂຶ້ນ​ກັບ​ອະທິປະ​ໄຕຂອງ​ຫວຽດນາມ ​ແລະ ໝວດ​ທີ່ 3 ​ແມ່ນ​ແຜນ​ທີ່​ທົ່ວ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກສ່ຽງ​ໃຕ້, ​ໃນ​ນັ້ນ​ສະ​ແດງ​ໃຫ້​ເຫັນ​ວ່າ ໝູ່ເກາະ​ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ​​ແມ່ນ​ຜືນ​ແຜ່ນດິນ​ທີ່ຂຶ້ນ​ກັບອະທິປະ​ໄຕ​ຂອງ​ຫວຽດນາມ.

ຂ່າວ/ບົດ​ອື່ນ