ດານັງແມ່ນ1ໃນ 3 ນະຄອນທົ່ວໂລກປະຕິບັດ“ໂຄງການວາງແຜນກຳນົດຢ່າງວ່ອງໄວ”

ດານັງແມ່ນ1ໃນ 3 ນະຄອນທົ່ວໂລກປະຕິບັດ“ໂຄງການວາງແຜນກຳນົດຢ່າງວ່ອງໄວ” - ảnh 1
(ນະ​ຄອນ​ດ່​ໜັງ)

(vovworld) - ​​​ ດາ​ນັງ​ແມ່ນ​ 1 ໃນ​ 3 ນະ​ຄອນ​​​ໃນໂລກພ້ອມ​ກັບນະ​ຄອນ Kigali ປະ​ເທດ ​ຣາ​ວັນ​ດາ ແລະ ນະ​ຄອນ Assiut ​ປ​ະ​ເທດ​ອີ​ຢິບ ໄດ້​ຮັບ​ການ​ຄັດ​ເລືອກ​ຜັນ​ຂະ​ຫຍາຍ “ ໂຄງ​ການ​ວາງ​ແຜນ​ກຳ​ນົດ​ຢ່າງວ່ອງ​ໄວ”, ໂດຍ​ອີງ​ໃສ່​ໂຄງ​ການ​ການ​ຄົ້ນ​ຄວ້າ “ ບັນ​ດາ​ຕົວ​ເມືອງ​ໃນ​ອະ​ນາ​ຄົດ ”. ໂຄງ​ການ​ໂດຍ​ກະ​ຊວງ​ສຶກ​ສາ​ ແລະ ຄົ້ນ​ຄວ້າ​ສາ​ທາ​ລະ​ນະ​ລັດ​ສະ​ຫະ​ພັນ​ເຢຍ​ລະ​ມັນ​ອຸ​ປະ​ຖຳ ດ້ວຍຍອດ​ມູນ​ຄ່າ​ລາຍ​ຈ່າຍແມ່ນ 410.000 ​ເອີ​ໂຣ, ປະ​ຕິ​ບັດ​ໃນ​ໄລ​ຍະ 4 ປີ ( 2015-2019 ). ໂຄງ​ການ​ຄົ້ນ​ຄວ້າ, ພັດ​ທະ​ນາ​ວິ​ທີ​ການ​​ວາງ​ແຜນກຳ​ນົດ​ຢ່າງວ່ອງ​ໄວຫຼາຍ​ຂະ​ແໜງ, ສຸມ​ໃສ່​ເຂົ້າ​ໂຄງ​ລ່າງ, ພະ​ລັງ​ງານ, ນ້ຳ​ສະ​ອາດ, ນ້ຳ​ເສຍ, ສິ່ງ​ເສດ​ເຫຼືອ ແລະ ກະ​ສິ​ກຳ​ຕົວ​ເມືອງ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ​ ເຊິ່ງ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 25/11, ໂດຍ​ສະ​ຖາ​ບັນ​ຄົ້ນ​ຄວ້າ, ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ນະ​ຄອນ​ດາ​ນັງ ສົມ​ທົບ​ກັບ ກະ​ຊວງ​ສຶກ​ສາ ແລະ  ຄົ້ນ​ຄວ້າ​ສາ​ທາ​ລະ​ນະ​ລັດ​ສະ​ຫະ​ພັນ​ເຢຍ​ລະ​ມັນ​ຈັດ​ຕັ້ງ​ຂຶ້ນ, ​ຜູ້ຕາງ​ໜ້າ​ ກະ​ຊວງ​ສຶກ​ສາ ແລະ  ຄົ້ນ​ຄວ້າ​ ສາ​ທາ​ລະ​ນະ​ລັດ​ສະ​ຫະ​ພັນ​ເຢຍ​ລະ​ມັນ ໃຫ້​ຮູ້​ວ່າ: ໜຶ່ງ​ໃນ​ບັນ​ດາ​ເປົ້າ​ໝາຍ​ຂອງ​ໂຄງ​ການ​ມຸ່ງ​ໄປ​ເຖິງ​ແມ່ນ​ເຮັດ​ແນວ​ໃດ ເພື່ອ​ໃຫ້​ບັນ​ດາ​ນະ​ຄອນ​ມີ​ຄວາມ​ສາ​ມາດ​ເຊື່ອມ​ຕົວ, ​ມີ​ການພັດ​ທະ​ນາ​​ແບບ​ຍືນ​ຍົງ, ທົນ​ທານ ແລະ ຮັບ​ມື​ໄດ້​ດີ, ໃນ​ສະ​ພາ​ວະ​​​ທີ່​ລະ​ດັບການຫັນ​​ເປັນຕົວ​ເມືອງ​​ພວມ​ດຳ​ເນີນຢ່າງວ່ອງ​ໄວ​ໃນ​ປະ​ຈຸ​ບັນ. ເປົ້າ​ໝາຍ​ຂອງ​ໂຄງ​ການ​ແມ່ນ​ຊອກ​ຫາ​ມາດ​ຕະ​ການ​ໃຫ້​ເໝາະ​ສົມ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​​ນະ​ຄອນແຕ່​ລະ​ແຫ່ງ ເພື່ອ​ແນ​ໃສ່​ມຸ່ງ​ໄປ​ເຖິງ​ການ​ຄຸ້ມ​ຄອງ​ໂຄງ​ລ່າງ, ​ພັດ​ທະ​ນາ​ແບບ​ຍືນ​ຍົງ.


ຂ່າວ/ບົດ​ອື່ນ