ດ່າລາດ ແລະ ໂຮ້ຍອານ ມີຊື່ໃນເຄືອຂ່າຍນະຄອນປະດິດຄິດສ້າງຂອງ UNESCO

(VOVWORLD) - ດ່າລາດ ແມ່ນນະຄອນປະດິດຄິດສ້າງໃນຂົງເຂດດົນຕີ ແລະ ໂຮ້ຍອານ ແມ່ນນະຄອນປະດິດຄິດສ້າງໃນຂົງເຂດຫັດຖະກຳ ແລະ ສີລະປະພື້ນເມືອງ.
ດ່າລາດ ແລະ ໂຮ້ຍອານ ມີຊື່ໃນເຄືອຂ່າຍນະຄອນປະດິດຄິດສ້າງຂອງ UNESCO - ảnh 1(ໂຮ້ຍອານ ຂອງ ຫວຽດນາມ ໄດ້ຮັບການເຊີດຊູແມ່ນນະຄອນປະດິດຄິດສ້າງ)

        ດ່າລາດ ແລະ ໂຮ້ຍອານ ຂອງ ຫວຽດນາມ ໄດ້ຮັບການເຊີດຊູແມ່ນນະຄອນປະດິດຄິດສ້າງ, ເຂົ້າຮ່ວມເຄືອຂ່າຍນະຄອນປະດິດຄິດສ້າງທົ່ວໂລກ. ໃນນັ້ນ, ດ່າລາດ ແມ່ນນະຄອນປະດິດຄິດສ້າງໃນຂົງເຂດດົນຕີ ແລະ ໂຮ້ຍອານ ແມ່ນນະຄອນປະດິດຄິດສ້າງໃນຂົງເຂດຫັດຖະກຳ ແລະ ສີລະປະພື້ນເມືອງ. ນີ້ແມ່ນຂໍ້ມູນຂ່າວເຊິ່ງທ່ານຜູ້ອຳນວຍການໃຫຍ່ອົງການສຶກສາ, ວິທະຍາສາດ ແລະ ວັດທະນະທຳສະຫະປະຊາຊາດ (UNESCO), Audrey Azoulay, ປະກາດໃນວັນທີ 31 ຕຸລາ, ເນື່ອງໃນໂອກາດວັນນະຄອນໂລກ. ນອກຈາກ 2 ນະຄອນຂອງ ຫວຽດນາມ ແລ້ວ, ຍັງມີ 53 ນະຄອນອື່ນຂອງຫຼາຍປະເທດໄດ້ຮັບການສະເໜີເຂົ້າຮ່ວມເຄືອຂ່າຍນະຄອນປະດິດຄິດສ້າງຂອງ UNESCO (UCCN).

        ສະນັ້ນ, ໄລ່ມາຮອດປະຈຸບັນ, ຫວຽດນາມ ມີ 3 ນະຄອນປະດິດຄິດສ້າງ, ລວມມີ: ຮ່າໂນ້ຍ, ດ່າລາດ, ໂຮ້ຍອານ.

        ຕອນເຊົ້າວັນທີ 01 ພະຈິກ, ປະຊາຊົນ, ວິສາຫະກິດ ແລະ ບັນດານັກສິລະປິນນະຄອນ ໂຮ້ຍອານ, ແຂວງ ກວາງນາມ, ໄດ້ເຂົ້າຮ່ວມການເດີນຂະບວນຢູ່ເຂດຖະໜົນຂ່ຳນັບຮັບຕ້ອນເຫດການດັ່ງກ່າວ. ເຂົ້າຮ່ວມການເດີນຂະບວນ, ນັກສິລະປິນ ຮີ່ງເຊືອງ, ຢູ່ຕາແສງ ເກິມກິມ, ນະຄອນ ໂຮ້ຍອານ, ແບ່ງປັນວ່າ:

        “ນີ້ເປັນກຽດຢ່າງຍິ່ງ ບໍ່ສະເພາະບັນດານັກສິລະປິນເທົ່ານັ້ນ, ຫາກຍັງຂອງນະຄອນ ໂຮ້ຍອານ ອີກດ້ວຍ. ຂ້າພະເຈົ້າເອງ ແລະ ນັກສິລະປິນຫຼາຍຄົນລ້ວນແຕ່ມີຄວາມຄິດວ່າ ເລື່ອງນະຄອນ ໂຮ້ຍອານ ໄດ້ເຂົ້າເປັນສະມາຊິກເຄືອຂ່າຍບັນດານະຄອນປະດິດຄິດສ້າງທົ່ວໂລກຂອງ UNESCO ຢ່າງເປັນທາງການນັ້ນ ແມ່ນສິ່ງທ້າທາຍໃຫຍ່ຫຼວງ, ຮຽກຮ້ອງໃຫ້ບັນດານັກສິລະປິນຕ້ອງມີຄວາມສຸດຈິດສຸດໃຈ, ມີຫົວຄິດປະດິດສ້າງຫຼາຍກວ່າ ເພື່ອຕອບສະໜອງຄວາມຮຽກຮ້ອງ, ເປົ້າໝາຍເຊິ່ງ UNESCO ໄດ້ວາງອອກ”.

ຕອບກັບ

ຂ່າວ/ບົດ​ອື່ນ