ດ່າໜັງ ແມ່ນໜຶ່ງໃນ 5 ນະຄອນດີເດັ່ນຂອງພາກພື້ນ ອາຊີ - ປາຊີຟິກ

(VOVWORLD) - ອົງການຍຸດທະສາດ Eden (Eden Strategy Institute) ຫາກໍ່ປະກາດຜະລິດຕະພັນການພິມ Top 50 ອຳນາດການປົກຄອງນະຄອນອັດສະລິຍະແຖວໜ້າປີ 2020/2021. 
ດ່າໜັງ ແມ່ນໜຶ່ງໃນ 5 ນະຄອນດີເດັ່ນຂອງພາກພື້ນ ອາຊີ - ປາຊີຟິກ - ảnh 1ນະຄອນ ດ່າໜັງ. ພາບ: TTXVN

  ຕາມນັ້ນແລ້ວ, ນະຄອນ ດ່າໜັງ ໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນຈຳນວນ 30 ນະຄອນ “ມີຂໍ້ລິເລີ່ມນະຄອນອັດສະລິຍະເປັນເອກະລັກສະເພາະ ແລະ ມີຫົວຄິດປະດິດສ້າງ” ແລະ ແມ່ນໜຶ່ງໃນຈຳນວນ 5 ນະຄອນດີເດັ່ນຂອງພາກພື້ນ ອາຊີ - ປາຊີຟິກ. ນີ້ແມ່ນຄັ້ງທີ 2, ອົງການຍຸດທະສາດ Eden ປະກາດຈັດອັນດັບອຳນາດການປົກຄອງນະຄອນອັດສະລິຍະທົ່ວໂລກ. ດ່າໜັງ ແມ່ນນະຄອນແຫ່ງທຳອິດ ແລະ ໜຶ່ງດຽວຂອງ ຫວຽດນາມ ໄດ້ຮັບການເຊີດຊູໃນຜະລິດຕະພັນການພິມປະກາດປີ 2020/2021. 10 ຄາດໝາຍຕີລາຄາລວມມີ: ວິໄສທັດ, ການນຳ, ງົບປະມານ, ນະໂຍບາຍດຶງດູດການລົງທຶນ, ໂຄງການໜູນຊ່ວຍ, ຊັບພະຍາກອນມະນຸດ, ປະຊາຊົນເປັນໃຈກາງ, ນະໂຍບາຍອັດສະລິຍະ ແລະ ລັກສະນະປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ