ຕີລາຄາຄວາມສາມາດບົ່ມຊ້ອນພັດທະນາໂຄງການໄຟຟ້າພະລັງແສງຕາເວັນເຊື່ອມຕໍ່ກັບຕາໜ່າງໄຟຟ້າແຫ່ງຊາດຢູ່ຫວຽດນາມ

(VOVWORLD) -ຫວຽດນາມ ມີແງ່ຫວັງຫຼາຍຢ່າງໃນການພັດທະນາໄຟຟ້າພະລັງແສງຕາເວັນ ຍ້ອນຄວາມສາມາດບົ່ມຊ້ອນຍັງໃຫຍ່ຫຼວງຢູ່ ແລະ ລາຍຈ່າຍຂອງເຕັກໂນໂລຊີປະເພດນີ້ພວມມີທ່າອ່ຽງຫຼຸດລົງຢ່າງໄວ.
ຕີລາຄາຄວາມສາມາດບົ່ມຊ້ອນພັດທະນາໂຄງການໄຟຟ້າພະລັງແສງຕາເວັນເຊື່ອມຕໍ່ກັບຕາໜ່າງໄຟຟ້າແຫ່ງຊາດຢູ່ຫວຽດນາມ - ảnh 1 (ພາບປະກອບ: khoahoc.com.vn)

ນີ້ແມ່ນໜຶ່ງໃນບັນດາມາດຕະການແກ້ໄຂທີ່ເໝາະສົມໃນສະພາບຫວຽດນາມ ພວມຂາດພະລັງງານ ແລະ ຮັບມືກັບໄພທຳມະຊາດ, ການປ່ຽນແປງຂອງດິນຟ້າອາກາດ. ນັ້ນແມ່ນການຕີລາຄາຂອງວົງການນັກຊ່ຽວຊານຢູ່ພາຍໃນ ແລະ ຕ່າງປະເທດທີ່ກອງປະຊຸມສຳມະນາ “ຕີລາຄາຄວາມສາມາດບົ່ມຊ້ອນພັດທະນາໂຄງໄຟຟ້າໃຊ້ພະລັງງານແສງຕາເວັນເຊື່ອມຕໍ່ກັບຕາໜ່າງໄຟຟ້າແຫ່ງຊາດຢູ່ຫວຽດນາມ ຮອດປີ 2020, ວິໄສທັດຮອດປີ 2030”, ໂດຍອົງການຮ່ວມມືພັດທະນາໄຟຟ້າພະລັງແຮງລົມເຢຍລະມັນ (GIZ) ຮ່ວມມືກັບກົມພະລັງງານໄຟຟ້າ ແລະ ພະລັງງານຜະລິດຄືນໃໝ່, ກະຊວງອຸດສາຫະກຳການຄ້າຫວຽດນາມ ຜັນຂະຫຍາຍ ພາຍໃຕ້ການມອບສິດຂອງກະຊວງຮ່ວມມືດ້ານເສດຖະກິດ ແລະ ພັດທະນາສະຫະພັນເຢຍລະມັນ ຈັດຕັ້ງໃນວັນທີ 14 ກັນຍາ. ຕາມນັ້ນແລ້ວ, ບັນດານັກຊ່ຽວຊານໄດ້ຖືວ່າ, ນີ້ແມ່ນບັນດາໝາກຜົນເບື້ອງຕົ້ນທີ່ນຳໃຊ້ຊອັບແວ ແລະ ໄຈ້ແຍກເຕັກໂນໂລຊີໝູນໃຊ້ບັນດາຄວາມກ້າວໜ້າດ້ານວິທະຍາສາດ, ນຳໃຊ້ບັນດາມາດຕະຖານຄື: ລັງສີຄວາມຮ້ອນ, ນຳໃຊ້ທີ່ດິນ, ພື້ນຖານໂຄງລ່າງ ແລະ ເຊື່ອມຕໍ່ກັບຕາໜ່າງໄຟຟ້າ. ການຕີລາຄາຄວາມສາມາດກ່ຽວກັບພະລັງງານໄຟຟ້າແສງຕາເວັນແມ່ນບາດກ້າວສຳຄັນເພື່ອພັດທະນາພະລັງງານແສງຕາເວັນຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ