ຕວັກ​ກີ: ຍັງ​ບໍ່​ຮູ້​ລະ​ອຽດ ​ຈຳ​ນວນຜູ້​ຖືກ​ກັກ​ຕົວ

(VOVWORLD) - ປັດຈຸບັນ ຍັງບໍ່ຮູ້ລະອຽດຈຳນວນພະນັກງານຢູ່ໃນ ໂຮງງານ ໃນຈຸດເວລາທີ່ເກີດເຫດ. ຕຳຫຼວດໄດ້ປິດລ້ອມເຂດໃກ້ສະຖານທີ່ເກີດເຫດ, ພ້ອມທັງພວມມານະພະຍາຍາມເກ້ຍກ່ອມໃຫ້ ເປົ້າໝາຍນີ້ ຍອມຈຳນົນ.
ຕວັກ​ກີ: ຍັງ​ບໍ່​ຮູ້​ລະ​ອຽດ ​ຈຳ​ນວນຜູ້​ຖືກ​ກັກ​ຕົວ - ảnh 1ທະຫານຕວັກກີ ປິດລ້ອມ ສະຖານທີ່ເກີດເຫດ (ພາບ:  AFP)

ວັນທີ 1 ກຸມພາ, ຢູ່ຕວັກກີ, ມີຄົນໜຶ່ງທີ່ຍັງບໍ່ຮູ້ຊື່ ໄດ້ຖືປຶນເຂົ້າໄປໂຮງງານ Procter & Gamble ເຂດອຸດສາຫະກຳ Gebze ຢູ່ແຂວງ Kocaeli ຈັບຕົວພະນັກງານຂອງໂຮງງານເປັນຕົວປະກັນ, ເບິ່ງຄືວ່າແນໃສ່ ຄັດຄ້ານບັນດາເຫດບຸກໂຈມຕີຂອງ ອິດສະລາແອັນ ທີ່ເລັ່ງໃສ່ເຂດກາຊາ.

ປັດຈຸບັນ ຍັງບໍ່ຮູ້ລະອຽດຈຳນວນພະນັກງານຢູ່ໃນ ໂຮງງານ ໃນຈຸດເວລາທີ່ເກີດເຫດ. ຕຳຫຼວດໄດ້ປິດລ້ອມເຂດໃກ້ສະຖານທີ່ເກີດເຫດ, ພ້ອມທັງພວມມານະພະຍາຍາມເກ້ຍກ່ອມໃຫ້ ເປົ້າໝາຍນີ້ ຍອມຈຳນົນ. ປັດຈຸບັນ ວົງການເຈົ້າໜ້າທີ່ ຕວັກກີ ຍັງບໍ່ທັນຍົກອອກຄຳເຫັນໃດກ່ຽວກັບເຫດການນີ້ເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ