ຕວັກ​ກີ ຢຸດ​ຕິ​ບັ້ນ​ກູ້​ໄພ​ກູ້​ຊີບ​ຢູ່​ເກ​ືອບ​ທຸກ​ແຂວງ

(VOVWORLD) - ໄລ່ຮອດປັດຈຸບັນນີ້, ຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວດັ່ງກ່າວ ຢູ່ທັງ ຕວັກກີ ແລະ ຊີຣີ ໄດ້ຂຶ້ນເຖິງກວ່າ 46.000 ຄົນ. 
ຕວັກ​ກີ ຢຸດ​ຕິ​ບັ້ນ​ກູ້​ໄພ​ກູ້​ຊີບ​ຢູ່​ເກ​ືອບ​ທຸກ​ແຂວງ - ảnh 1ກຳລັງກູ້ໄພກູ້ຊີບຂອງກອງທັບປະຊາຊົນ ຫວຽດນາມ ຊ່ວຍເຫຼືອປະຊາຊົນ ຍົກຍ້ອຍໄປບ່ອນປອດໄພ (ພາບ: TTXVN)

ວັນທີ 19 ກຸມພາ, ອົງການຄຸ້ມຄອງໄພພິບັດ ຕວັກກີ ໄດ້ແຈ້ງໃຫ້ຊາບວ່າ ຕວັກກີ ໄດ້ຢຸດຕິວຽກງານກູ້ໄພກູ້ຊີບຢູ່ເກືອບທຸກແຂວງ, ຍົກເວັ້ນ 2 ແຂວງທີ່ຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກເຫດແຜ່ນດິນໄຫວທີ່ເກີດຂຶ້ນໃນວັນທີ  6 ກຸມພາ, ນັ້ນແມ່ນ Kahramanmaras  ແລະ Hatay.

ໄລ່ຮອດປັດຈຸບັນນີ້, ຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວດັ່ງກ່າວ ຢູ່ທັງ ຕວັກກີ ແລະ ຊີຣີ ໄດ້ຂຶ້ນເຖິງກວ່າ 46.000 ຄົນ. ຈຳນວນຜູ້ເສຍຊີວິດຢູ່ ຕວັກກີ ແມ່ນເກືອບ 40.700 ຄົນ ແລະ ຕົວເລກດັ່ງກ່າວຄາດວ່າຈະຍັງເພີ່ມຂຶ້ນອີກ.

ຕອບກັບ

ຂ່າວ/ບົດ​ອື່ນ