ຕວັກກີ ສືບຕໍ່ປະຕິບັດແຜນການຊື້ລະບົບ S-400 ຂອງ ລັດເຊຍ

(VOVWORLD) -   ປັດຈຸບັນ, Ankara ກໍ່ພວມພິຈາລະນາການຊື້ເຮືອບິນສູ້ຮົບ Su-35 ແລະ Su-57 ຂອງ ລັດເຊຍ ແທນເຮືອບິນ F-35 ຂອງ ອາເມລິກາ.
ຕວັກກີ ສືບຕໍ່ປະຕິບັດແຜນການຊື້ລະບົບ S-400 ຂອງ ລັດເຊຍ - ảnh 1 ຕວັກກີ ສືບຕໍ່ປະຕິບັດແຜນການຊື້ລະບົບ S-400 ຂອງ ລັດເຊຍ (ພາບ: THX/TTXVN)

ຕວັກກີ ຈະບໍ່ “ຜ່ອນສັ້ນຜ່ອນຍາວ” ໃນວິວັດການຊື້ລະບົບລູກສອນໄຟ S-400 ຂອງ ລັດເຊຍ, ໂດຍບໍ່ຫົວຊາຕໍ່ບັນດາຄຳນາບຂູ່ກ່ຽວກັບການລົງໂທດຈາກ ອາເມລິກາ. ນີ້ແມ່ນຄຳຢືນຢັນຂອງທ່ານ Ibrahim Kalin ໂຄສົກຂອງທ່ານປະທານາທິບໍດີ Tayyip Erdogan ທີ່ໄດ້ຍົກອອກມາໃນການສຳພາດຕໍ່ຊ່ອງໂທລະພາບ TRT Haber ໃນວັນທີ 15 ພະຈິກ. ຕາມທ່ານ Kalin ແລ້ວ, ໃນໄລຍະການພົວພັນລະຫວ່າງ ຕວັກກີ ແລະ ລັດເຊຍ ພວມໄດ້ຮັບການເພີ່ມທະວີຂຶ້ນນັ້ນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ກໍ່ມີແຜນການໄປຢ້ຽມຢາມ ຕວັກກີ ໃນອາທິດທຳອິດຂອງປີ 2020.

        ປັດຈຸບັນ, Ankara ກໍ່ພວມພິຈາລະນາການຊື້ເຮືອບິນສູ້ຮົບ Su-35 ແລະ Su-57 ຂອງ ລັດເຊຍ ແທນເຮືອບິນ F-35 ຂອງ ອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ