ຕວກກີ ແລະ ລັດເຊຍ ສົ່ງເສີມການປຶກສາຫາລືກ່ຽວກັບຂໍ້ຕົກລົງທັນຍາພືດທະເລດຳ

(VOVWORLD) - ທ່ານ Erdogan ກໍ່ຖະແຫຼງພາຍຫຼັງການໄປປະຕິບັດງານຢູ່ປະເທດເຂດອ່າວເປີເຊຍ, ທ່ານຈະດວການປຶກສາຫາລືກັບທ່ານປະທານາທິບໍດີ Putin ໃນວັນທີ 19 ກໍລະກົດ

ຕວກກີ ແລະ ລັດເຊຍ ສົ່ງເສີມການປຶກສາຫາລືກ່ຽວກັບຂໍ້ຕົກລົງທັນຍາພືດທະເລດຳ - ảnh 1ກ່ຳປັ່ນຂົນສົ່ງທັນຍາພືດຢູ່ຊ່ອງທະເລ Bosphorus, ປະເທດ ຕວກກີ
(ພາບ: AFP/TTXVN )

ວັນທີ 17 ກໍລະກົດ, ທ່ານ Recep Tayyip Erdogan, ປະທານາທິບໍດີ ຕວກກີ ໃຫ້ຮູ້ວ່າ ບັນດາລັດຖະມົນຕີການຕ່າງປະເທດຂອງ ຕວກກີ ແລະ ລັດເຊຍ ໄດ້ປຶກສາຫາລືກ່ຽວກັບຂໍ້ຕົກລົງທັນຍາພືດທະເລດຳ, ພາຍຫຼັງທີ່ ມົດສະກູ ຖະແຫຼງຢຸດຕິການເຂົ້າຮ່ວມຂໍ້ຕົກລົງສະບັບນີ້. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານປະທານາທິບໍດີ Erdogan ສະແດງຄວາມເຊື່ອໝັ້ນວ່າ ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຢາກຮັກສາຂໍ້ຕົກລົງນີ້. ທ່ານ Erdogan ກໍ່ຖະແຫຼງພາຍຫຼັງການໄປປະຕິບັດງານຢູ່ປະເທດເຂດອ່າວເປີເຊຍ, ທ່ານຈະດວການປຶກສາຫາລືກັບທ່ານປະທານາທິບໍດີ Putin ໃນວັນທີ 19 ກໍລະກົດ. ຄາດວ່າ, ສອງຝ່າຍຈະປຶກສາຫາລືກ່ຽວກັບວິທີການສົ່ງເສີມການຂົນສົ່ງຝຸ່ນ ແລະ ທັນຍາພືດຂອງລັດເຊຍ. ຕາມແຜນການແລ້ວ, ການນຳສອງທ່ານຈະພົບປະກັນຢູ່ ຕວກກີ ໃນເດືອນສິງຫາ.

        ແລະກໍ່ໃນວັນດຽວກັນ, ໂຄສົກຂອງວັງ Kremlin, ທ່ານ Dmitry Peskov ຖະແຫຼງ ຂໍ້ຕົກລົງກ່ຽວຂ້ອງເຖິງລັດເຊຍ ທີ່ຍັງບໍ່ທັນໄດ້ປະຕິບັດດັ່ງນັ້ນ ຂໍ້ຕົກລົງທັນຍາພືດທະເລດຳກໍ່ໝົດຜົນສັກສິດໃນວັນດຽວກັນ. ທ່ານ Peskov ກໍ່ເນັ້ນໜັກວ່າ ພາຍຫຼັງ ທີ່ສ່ວນກ່ຽວຂ້ອງເຖິງລັດເຊຍ ໄດ້ປະຕິບັດ, ຝ່າຍ ລັດເຊຍ ຈະ ກັບຄືນປະຕິບັດຂໍ້ຕົກລົງສະບັບນີ້ໃນທັນທີ.

        ວັນທີ 17 ກໍລະກົດ, ບັນດາສະມາຊິກຂອງສະພາຄວາມໝັ້ນຄົງ ສປຊ ໄດ້ຄັດຄ້ານຂໍ້ຕົກລົງຂອງ ລັດເຊຍ ຢຸດຕິການເຂົ້າຮ່ວມຂໍ້ລິເລີ່ມທັນຍານພືດທະເລດຳ, ຂໍ້ຕົກລົງໂດຍ ສປຊ ເປັນປະເທດກາງ, ພ້ອມທັງສະແດງຄວາມວິຕົກວັງວົນກ່ຽວກັບເລື່ອງສະບຽງອາຫານຈະເພີ່ມລາຄາ, ພິເສດແມ່ນຢູ່ບັນດາປະເທດທຸກຍາກກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ