ຕອນ​ເຊົ້າ​ວັນ​ທີ 15 ສິງ​ຫາ, ດຳ​ເນີນ​ການ​ສັກ​ທົດ​ລອງວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ARCT – 154 ເຕັກ​ໂນ​ໂລ​ຢີ​ຂອງ ອາ​ເມ​ລິ​ກາ ຜະ​ລິດ ຢູ່ ຫວຽດ​ນາມ

(VOVWORLD) -ເຕັກໂນໂລຢີຂອງວັກຊິນ ARCT – 154 ແມ່ນນຳໃຊ້ເຕັກໂນໂລຢີ mRNA ຂອງ Arcturus. ນີ້ແມ່ນເຕັກໂນໂລຢີທີ່ມີລະດັບເທົ່າທຽມກັບວັກຊິນ Pfizer, Moderna ທີ່ໄດ້ຮັບການອະນຸມັດຜ່ານແລ້ວ. ພວກຂ້າພະເຈົ້າຈະມານະພະຍາຍາມຮອດທ້າຍປີນີ້ ຈະປະຕິບັດສຳເລັດການສັກທົດລອງທັງ 3 ໄລຍະ, ກະກຽມໂຮງຈັກໂຮງງານຜະລິດວັກຊິນຢູ່ເຂດເຕັກໂນໂລຢີ ຮວ່າລາກ ໂດຍໄວ. ວັກຊິນດັ່ງກ່າວ ກໍໄດ້ຜັນຂະຫຍາຍການສັກທົດລອງໄລຍະ 1 ແລະ ໄລຍະ 2 ຢູ່ ອາເມລິກາ ແລະ ສິງກະໂປ, ໃນເບື້ອງຕົ້ນແມ່ນໄດ້ຮັບການຕີລາຄາເປັນຢ່າງດີ”.
ຕອນ​ເຊົ້າ​ວັນ​ທີ 15 ສິງ​ຫາ, ດຳ​ເນີນ​ການ​ສັກ​ທົດ​ລອງວັກ​ຊິນ​ກັນ​ພະ​ຍາດ​ໂຄວິດ - 19 ARCT – 154 ເຕັກ​ໂນ​ໂລ​ຢີ​ຂອງ ອາ​ເມ​ລິ​ກາ ຜະ​ລິດ ຢູ່ ຫວຽດ​ນາມ - ảnh 1(ພາບປະກອບ: TTXVN)

ການສັກທົດລອງວັກຊິນກັນພະຍາດໂຄວິດ - 19 ARCT – 154 ໄລຍະ 1 ໂດຍມະຫາວິທະຍາໄລແພດສາດ ຮ່າໂນ້ຍ ດຳເນີນໃນຕອນເຊົ້າວັນທີ 15 ສິງຫາ ດ້ວຍການເຂົ້າຮ່ວມຂອງຜູ້ອາສາສະໝັກ 100 ຄົນ ຢູ່ຮ່າໂນ້ຍ. ນີ້ແມ່ນວັກຊິນກັນພະຍາດໂຄວິດ - 19 ຊະນິດທີ 3 ຢູ່ ຫວຽດນາມ ທີ່ໄດ້ຮັບການອະນຸຍາດໃຫ້ດຳເນີນການສັກທົດລອງເບື້ອງຕົ້ນໃນຮ່າງກາຍຂອງຄົນ.  ນາງ ຫງວຽນທິແທັງຖາວ - ຜູ້ອາສາສະໝັກຢູ່ເມືອງ ດົ້ງດາ, ຮ່າໂນ້ຍ ແບ່ງປັນວ່າ:

“ວັກຊິນແມ່ນເຄື່ອງມືເພື່ອປ້ອງກັນ, ສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນທີ່ສຸດໃນປັດຈຸບັນ. ນ້ອງມີຄວາມປາດຖະໜາວ່າ ຫວຽດນາມ ຈະມີຫຼາຍແຫຼ່ງວັກຊິນ ແລະ ມຸ່ງໄປເຖິງການສົ່ງອອກວັກຊິນ ສະນັ້ນ ນ້ອງຈຶ່ງເຂົ້າຮ່ວມການສັກທົດລອງຄັ້ງນີ້”.

ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ເຈິ່ນວັນຖ໊ວນ ແບ່ງປັນວ່າ:

“ພວກຂ້າພະເຈົ້າມີຄວາມເຊື່ອໝັ້ນ ແລະ ປາດຖະໜາວ່າ ການຄົ້ນຄວ້າຈະສຳເລັດໂດຍໄວ ເພື່ອຊຸກຍູ້ການຜະລິດວັກຊິນພາຍໃນປະເທດ. ເຕັກໂນໂລຢີຂອງວັກຊິນຊະນິດນີ້ ແມ່ນນຳໃຊ້ເຕັກໂນໂລຢີ mRNA ຂອງ Arcturus. ນີ້ແມ່ນເຕັກໂນໂລຢີທີ່ມີລະດັບເທົ່າທຽມກັບວັກຊິນ Pfizer, Moderna ທີ່ໄດ້ຮັບການອະນຸມັດຜ່ານແລ້ວ. ພວກຂ້າພະເຈົ້າຈະມານະພະຍາຍາມຮອດທ້າຍປີນີ້ ຈະປະຕິບັດສຳເລັດການສັກທົດລອງທັງ 3 ໄລຍະ, ກະກຽມໂຮງຈັກໂຮງງານຜະລິດວັກຊິນຢູ່ເຂດເຕັກໂນໂລຢີ ຮວ່າລາກ ໂດຍໄວ. ວັກຊິນດັ່ງກ່າວ ກໍໄດ້ຜັນຂະຫຍາຍການສັກທົດລອງໄລຍະ 1 ແລະ ໄລຍະ 2 ຢູ່ ອາເມລິກາ ແລະ ສິງກະໂປ, ໃນເບື້ອງຕົ້ນແມ່ນໄດ້ຮັບການຕີລາຄາເປັນຢ່າງດີ”.

ສັກທົດລອງວັກຊິນກັນພະຍາດໂຄວິດ - 19 ARCT – 154 ໂດຍບໍລິສັດ CP ເຕັກໂນໂລຢີຊີວະສາດ VinBioCare ຂຶ້ນກັບກຸ່ມບໍລິສັດ VinGroup ເຈລະຈາເພື່ອຖ່າຍທອດເຕັກໂນໂລຢີ ຈາກບໍລິສັດ Arcturus Theraoeutics, Inc, ອາເມລິກາ. ຢູ່ ຫວຽດນາມ, ການຄົ້ນຄວ້າພັດທະນາວັກຊິນ ARCT – 154 ຈະໄດ້ຮັບການປະຕິບັດຢູ່ທັງ 3 ໄລຍະ ໃນຮ່າງກາຍຂອງຜູ້ອາສາສະໝັກທີ່ມີອາຍຸແຕ່ 18 ປີຂຶ້ນໄປ.

ກໍ່ກ່ຽວຂ້ອງເຖິງວັກຊິນກັນພະຍາດໂຄວິດ - 19, ລັດຖະບານ ຫວຽດນາມ ໄດ້ປະກາດໃຊ້ມະຕິເລກທີ 90 ວ່າດ້ວຍການຊື້ວັກຊິນກັນພະຍາດໂຄວິດ - 19 Pfizer ຈຳນວນເກືອບ 20 ລ້ານໂດສ.

ຕອບກັບ

ຂ່າວ/ບົດ​ອື່ນ