ຕອນ​ເຊົ້າ​ວັນ​ທີ 23 ສິງ​ຫາ ຢູ່​ຫວຽດ​ນາມ ບໍ່​ພົບ​ຜູ້​ຕິດ​ເຊື້ອ​ໂຄວິດ​ - 19 ໃໝ່

(VOVWORLD) - ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃຫ້ຮູ້ວ່າ ນັບແຕ່ເວລາ 18 ໂມງຂອງວັນທີ 22 ສິງຫາ ຫາເວລາ 6 ໂມງຂອງວັນທີ 23 ສິງຫາ, ຢູ່ຫວຽດນາມບໍ່ພົບກໍລະນີຕິດເຊື້ອໂຄວິດ - 19 ໃໝ່.
ຕອນ​ເຊົ້າ​ວັນ​ທີ 23  ສິງ​ຫາ ຢູ່​ຫວຽດ​ນາມ ບໍ່​ພົບ​ຜູ້​ຕິດ​ເຊື້ອ​ໂຄວິດ​ - 19 ໃໝ່ - ảnh 1(ພາບປະກອບ: ກະຊວງສາທາລະນະສຸກ) 

        ມາຮອດປັດຈຸບັນ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອໄວຣັດ SARS-CoV-2 ຈຳນວນ 1,014 ຄົນ, ໃນນັ້ນ, ມີ 563 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ ມີຜູ້ເສຍຊີວິດ 27 ຄົນ. ໃນຈຳນວນບັນດາຄົນເຈັບພວມປິ່ນປົວຢູ່ບັນດາໂຮງໝໍ, ມີ 89 ຄົນ ທີ່ມີຜົນການວິໄຈເປັນລົບ ຢ່າງໜ້ອຍສຸດ 1 ເທື່ອ.

        ກ່ອນໜ້ານັ້ນ, ໃນຕອນຄ່ຳວັນທີ 22 ສິງຫາ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້ໃຫ້ຂ່າວກ່ຽວກັບກໍລະນີເສຍຊີວິດຂອງຄົນເຈັບຕິດເຊື້ອໂຄວິດ - 19 ນັ້ນແມ່ນຄົນເຈັບຕິດເຊື້ອໂຄວິດ - 19 ຜູ້ທີ 26 ຢູ່ຫວຽດນາມ,  ເຊິ່ງເປັນຄົນເຈັບທີ 666, ເພດຊາຍ, ອາຍຸ 93 ປີ, ຢູ່ນະຄອນດ່າໜັງ ຖືກຕິດພະຍາດໝາກໄຂ່ຫຼັງຊຸດໂຊມ, ຄວາມດັນເລືອດສູງ ແລະ ປັນຍາເສື່ອມ. ສ່ວນຄົນເຈັບຜູ້ທີ 27 ເສຍຊີວິດ, ນັ້ນແມ່ນຄົນເຈັບທີ 557, ເພດຍິງ, ອາຍຸ 73 ປີ, ຢູ່ນະຄອນ ດານັ້ງ ,ຊຶ່ງຕິດໂລກຫົວໃຈ, ໝາກໄຂ່ຫຼັງ, ຄວາມດັນເລືອດສູງ...../.

ຕອບກັບ

ຂ່າວ/ບົດ​ອື່ນ