ຕອນ​ເຊົ້າ​ວັນ​ທີ 3 ພະ​ຈິກ, ຫວຽດ​ນາມ ບໍ່​ພົບ​ກໍ​ລະ​ນີ​ຕິດ​ເຊື້ອ​ໂຄວິດ - 19 ​ໃໝ່

(VOVWORLD) -ຮອດຕອນເຊົ້າວັນທີ 3 ພະຈິກ, ຫວຽດນາມ ບໍ່ພົບກໍລະນີຕິດເຊື້ອໂຄວິດ - 19 ໃໝ່ຕື່ມອີກ. 
ຕອນ​ເຊົ້າ​ວັນ​ທີ 3 ພະ​ຈິກ, ຫວຽດ​ນາມ ບໍ່​ພົບ​ກໍ​ລະ​ນີ​ຕິດ​ເຊື້ອ​ໂຄວິດ - 19 ​ໃໝ່ - ảnh 1(ພາບປະກອບ: TTXVN) 

 ຈຳນວນຜູ້ຕິດເຊື້ອໂຄວິດ - 19 ລວມທັງໝົດຍັງຄົງແມ່ນ 1.192 ຄົນ ແລະ ກໍເປັນ 62 ມື້ແລ້ວ ທີ່ ຫວຽດນາມ ບໍ່ພົບກໍລະນີຕິດເຊື້ອໂຄວິດ - 19 ໃໝ່ໃນຊຸມຊົນ. ໄລ່ຮອດຈຸດເວລານີ້, ຫວຽດນາມ ໄດ້ປິ່ນປົວກໍລະນີຕິດເຊື້ອພະຍາດໃຫ້ຫາຍດີ 1.065 ຄົນ; ມີຜູ້ເສຍຊີວິດທັງໝົດ 35 ຄົນ.

        ໃນສະພາບການໂລກລະບາດ ໂຄວິດ - 19 ຢູ່ ຫວຽດນາມ ມີສັນຍານຜ່ອນຄາຍລົງເປັນຊົ່ວຄາວຄືແນວນີ້, ອົງການຮ່ວມມືສາກົນ ຍີ່ປຸ່ນ (JICA) ຫາກໍຕັດສິນໃຈຈະເຊື່ອມຕໍ່ບັນດາການເຄື່ອນໄຫວຢູ່ ຫວຽດນາມ ຄືນໃໝ່. ໂທລະພາບ NHK ກໍໄດ້ຄັດສະເໜີແຫຼ່ງຂ່າວຈາກ JICA ໂດຍໃຫ້ຮູ້ວ່າ ບັນດາຖ້ຽວບິນລະຫວ່າງ ຍີ່ປຸ່ນ ແລະ ຫວຽດນາມ ໄດ້ຮັບການເຊື່ອມຕໍ່ຄືນໃໝ່. JICA ຄາດວ່າ ຈະສົ່ງພະນັກງານ 8 ຄົນ ມາຍັງ ຫວຽດນາມ ໃນທ້າຍເດືອນນີ້ ເຊິ່ງອົງການນີ້ໄດ້ຢຸດຕິບັນດາໂຄງການອາສາສະໝັກຢູ່ຕ່າງປະເທດທັງໝົດເປັນຊົ່ວຄາວ ນັບແຕ່ເດືອນ ມີນາ 2020 ເປັນຕົ້ນມາ.


ຕອບກັບ

ຂ່າວ/ບົດ​ອື່ນ