ຕະຫລາດຂາຍຍ່ອຍຫວຽດນາມແມ່ນຫນຶ່ງໃນ6ຂົງເຂດດຶງດູດເງິນລົງທຶນຂອງຕ່າງປະເທດຫລາຍສຸດ

(VOVWORLD) -ຕອນບ່າຍວັນທີ 12 ທັນວາ ຢູ່ ຮ່າໂນ້ຍ, ສະຫະສະມາຄົມຂາຍຍ່ອຍຫວຽດນາມ ໄດ້ຈັດຕັ້ງເວທີປາໄສຂາຍຍ່ອຍຫວຽດນາມ 2017, ດ້ວຍຫົວຂໍ້ 10 ປີແຫ່ງການພັດທະນາຕະຫລາດຂາຍຍ່ອຍ ຫວຽດນາມ ແລະ ສິ່ງທ້າທາຍໃນອະນາຄົດ.
ຕະຫລາດຂາຍຍ່ອຍຫວຽດນາມແມ່ນຫນຶ່ງໃນ6ຂົງເຂດດຶງດູດເງິນລົງທຶນຂອງຕ່າງປະເທດຫລາຍສຸດ - ảnh 1 ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ

ກ່າວຄຳເຫັນທີ່ເວທີປາໄສ, ທ່ານ ຮວ່າງຕວນແອງ, ຮອງຫົວຫນ້າກົມຕະຫລາດພາຍໃນປະເທດ, ສັງກັດກະຊວງອຸດສາຫະກຳ ການຄ້າ ໃຫ້ຮູ້ວ່າ: ປີ 2017 ຫວຽດນາມ ຖືກຈັດເຂົ້າບັນຊີລາຍຊື່ 30 ປະເທດ ມີຕະຫລາດຂາຍຍ່ອຍຢ່າງຟົດຟື້ນທີ່ສຸດໃນໂລກ. ບໍລິສັດຂາຍຍ່ອຍທີ່ມີຊື່ສຽງ ຫລາຍແຫ່ງມາຈາກ ຍີ່ປຸ່ນ, ຝລັ່ງ, ໄທ.. ລົງທຶນເຂົ້າຫວຽດນາມ ເຮັດໃຫ້ຕະຫລາດຂາຍຍ່ອຍແກ້ງແຍ້ງຢ່າງແຮງ. ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ບັນດາບໍລິສັດຂາຍຍ່ອຍຕ້ອງປ່ຽນແປງ, ເພີ່ມກຳລັງແກ້ງແຍ້ງ ແລະ ຍົກອອກບັນດາຍຸດທະສາດລົງທຶນໃຫ້ຖືກຕ້ອງ.

ເຖິງວ່າ ມີຫລາຍກາລະໂອກາດ, ຄວາມສາມາດບົ່ມຊ້ອນພັດທະນາກໍ່ຕາມ, ແຕ່ຍຸກສະໄຫມເຕັກໂນໂລຊີ 4.0 ພ້ອມກັບການປ່ຽນແປງໃນທ່າອ່ຽງບໍລິໂພກອຸປະໂພກ.. ໄດ້ວາງອອກສິ່ງທ້າທາຍຫລາຍຢ່າງໃຫ້ແກ່ບັນດາບໍລິສັດຂາຍຍ່ອຍ ຫວຽດນາມ. ທ່ານນາງ ດີງທິໝີລວານ, ປະທານສະຫະສະມາຄົມຂາຍຍ່ອຍ ຫວຽດນາມ ຖືວ່າ:

          “ພວກເຮົາຄວນປ່ຽນແປງຂະແຫນງຂາຍຍ່ອຍມຸ່ງໄປເຖິງເລື່ອງສືບຕໍ່ເຕີບໂຕ ແລະ ຮັບປະກັນລັກສະນະແກ້ງແຍ້ງ. ຢາກມີການປ່ຽນແປງ ຕ້ອງມີຍຸດທະສາດລະອຽດ, ຊຸກຍູ້ການເຕີບໂຕຜ່ານຫົວຄິດປະດິດສ້າງ. ຄຽງຄູ່ກັນນັ້ນ ຄວນໝູນໃຊ້ເຕັກໂນໂລຊີໃຫ້ແກ່ການຈຳຫນ່າຍຂາຍຍ່ອຍ, ຫນູນຊ່ວຍວິສາຫະກິດເປີດກວ້າງຕະຫລາດ ນຳສິນຄ້າຫວຽດນາມ ອອກສູ່ພາກພື້ນ ອາຊຽນ ແລະ ທົ່ວໂລກ.”

ຕອບກັບ

ຂ່າວ/ບົດ​ອື່ນ