ຕະຫຼາດຫຼັກ​ຊັບ ຫວຽດ​ນາມ ແມ່ນ​​ຕະຫຼາດ​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອໃຈ​ສຳ​ລັບ​ນັກ​ລົງ​ທຶນ​ໃນ​ໂລກ

(VOVWORLD) - ຕະຫຼາດຫຼັກຊັບ ຫວຽດນາມ ມີການພັດທະນາເປັນໜ້າປະທັບໃຈໃນຫຼາຍປີຜ່ານມາ. ຊຸມປີມໍ່ໆມານີ້, ຕະຫຼາດຫຼັກຊັບ ຫວຽດນາມ ແມ່ນຕະຫຼາດທີ່ໜ້າໄວ້ເນື້ອເຊື່ອໃຈສຳລັບນັກລົງທຶນໃນໂລກ, ພິເສດ, ພາກພື້ນ ອາຊີ - ປາຊີຟິກ. 
 ຕະຫຼາດຫຼັກ​ຊັບ ຫວຽດ​ນາມ ແມ່ນ​​ຕະຫຼາດ​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອໃຈ​ສຳ​ລັບ​ນັກ​ລົງ​ທຶນ​ໃນ​ໂລກ - ảnh 1ທ່ານປະທານຄະນະກຳມະການຕະຫຼາດຫຼັກຊັບແຫ່ງລັດ ຫວຽດນາມ, ທ່ານນາງ ຫວູທິເຈິນເຟືອງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: tinnhanhchungkhoan.vn)

ນັບແຕ່ວັນທີ 13 – 15 ມິຖຸນາ, ທ່ານປະທານຄະນະກຳມະການຕະຫຼາດຫຼັກຊັບແຫ່ງລັດ ຫວຽດນາມ, ທ່ານນາງ ຫວູທິເຈິນເຟືອງ ໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສຢູ່ກອງປະຊຸມປະຈຳປີຄັ້ງທີ 48 ອົງການສາກົນບັນດາຄະນະກຳມະການຕະຫຼາດຫຼັກຊັບ ((IOSCO) ເຊິ່ງດຳເນີນຢູ່ ບາງກອກ, ປະເທດໄທ.

        ກ່າວຄຳເຫັນນະທີ່ນີ້, ທ່ານນາງ ຫວູທິເຈິນເຟືອງ ໃຫ້ຮູ້ວ່າ ຕະຫຼາດຫຼັກຊັບ ຫວຽດນາມ ມີການພັດທະນາເປັນໜ້າປະທັບໃຈໃນຫຼາຍປີຜ່ານມາ. ຊຸມປີມໍ່ໆມານີ້, ຕະຫຼາດຫຼັກຊັບ ຫວຽດນາມ ແມ່ນຕະຫຼາດທີ່ໜ້າໄວ້ເນື້ອເຊື່ອໃຈສຳລັບນັກລົງທຶນໃນໂລກ, ພິເສດ, ພາກພື້ນ ອາຊີ - ປາຊີຟິກ. ທ່ານນາງ ເນັ້ນໜັກວ່າ: ການລະດົມທຶນຜ່ານຕະຫຼາດຫຼັກຊັບ ບໍ່ພຽງແຕ່ນັບມື້ນັບມີຄວາມສະດວກກວ່າເທົ່ານັ້ນ, ບັນດາວິສາຫະກິດ ຫວຽດນາມ ໄດ້ມີບາດກ້າວຈະແຈ້ງໃນການບໍລິຫານ, ຈະແຈ້ງ ແລະ ພັດທະນາແບບຍືນຍົງ. ເພື່ອສືບຕໍ່ໜູນຊ່ວຍ ວິສາຫະກິດ ແລະ ພັດທະນາຕະຫຼາດຫຼັກຊັບຕາມທິດມີຄຸນນະພາບ, ຍືນຍົງ, ຫວຽດນາມ ພວມສູ້ຊົນຍົກລະດັບໃຫ້ກາຍເປັນຕະຫຼາດຫາກໍ່ພົ້ນເດັ່ນ; ຢຶດໝັ້ນປະຕິບັດການສ້າງໂຄງສ້າງຕະຫຼາດຄືນໃໝ່ ໂດຍອີງໃສ່ 4 ເສົາຄ້ຳຕົ້ນຕໍ: ພື້ນຖານສິນຄ້າ; ການຈັດຕັ້ງຕະຫຼາດ; ພື້ນຖານນັກລົງທຶນ; ຈັດຕັ້ງການດຳເນີນທຸລະກິດຕະຫຼາດຫຼັກຊັບ.

ຕອບກັບ

ຂ່າວ/ບົດ​ອື່ນ