ຕ້ານ​ການ​ຂຸດ​ຄົ້ນ​ສິນ​ທະ​ເລ​​ຜິດ​ກົດ​ໝາຍ, ບໍ່​ລາຍງ​ານ ແລະ ບໍ່​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ (IUU)

(VOVWORLD) -ກອງປະຊຸມໄດ້ຈັດຕັ້ງແບບເຊິ່ງໜ້າຢູ່ສຳນັກງານລັດຖະບານ ຢູ່ນະຄອນຫຼວງຮ່າໂນ້ຍ ແລະ ໂດຍມີການເຊື່ອມຕໍ່ກັບ 600 ແຫ່ງຢູ່ບັນດາຕາແສງ, ເທດສະບານ, ເມືອງ, ແຂວງ, ນະຄອນຂຶ້ນກັບ ສູນກາງ.
ຕ້ານ​ການ​ຂຸດ​ຄົ້ນ​ສິນ​ທະ​ເລ​​ຜິດ​ກົດ​ໝາຍ, ບໍ່​ລາຍງ​ານ ແລະ ບໍ່​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ (IUU) - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ 

ຕອນບ່າຍວັນທີ 1 ທັນວາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມນາຍົກລັດຖະມົນຕີກັບ 28 ແຂວງ, ນະຄອນແຄມທະເລ ກ່ຽວກັບການຕ້ານການຂຸດຄົ້ນສິນທະເລຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU). ກອງປະຊຸມໄດ້ຈັດຕັ້ງແບບເຊິ່ງໜ້າຢູ່ສຳນັກງານລັດຖະບານ ຢູ່ນະຄອນຫຼວງຮ່າໂນ້ຍ ແລະ ໂດຍມີການເຊື່ອມຕໍ່ກັບ 600 ແຫ່ງຢູ່ບັນດາຕາແສງ, ເທດສະບານ, ເມືອງ, ແຂວງ, ນະຄອນຂຶ້ນກັບ ສູນກາງ.

        ຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ກວດກາຄືນໃໝ່, ເຮັດແຈ້ງຕໍ່ເລື່ອງທີ່ວ່າເປັນຫຍັງຍັງມີສະພາບການຂຸດຄົ້ນສິນທະເລ ຜິດກົດໝາຍ, ບໍ່ລາຍງານ, ບໍ່ປະຕິບັດຕາມຂໍ້ກຳນົດ. ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດາຜູ້ແທນປຶກສາຫາລື, ຊີ້ແຈ້ງສາຍເຫດ, ຂໍ້ຕິດຂັດ ເພື່ອມີວິທີການແກ້ໄຂທີ່ດີ, ປະຕິບັດການແກ້ໄຂບັດເຫຼືອງ IUU ຢ່າງມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ວຽກງານນີ້ແມ່ນ ເພື່ອຜົນປະໂຫຍດຂອງປະເທດຕົນ, ເພື່ອຜົນປະໂຫຍດຂອງປະຊາຊົນ ແລະ ເພື່ອພາບພົດຂອງ ປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ