ຕຳຫລວດ ອິນໂດເນເຊຍ ຈັບຕົວບັນດາພວກກໍ່ການຮ້າຍຫລາຍຄົນທີ່ກ່ຽວຂ້ອງເຖິງ IS

(VOVWORLD) - ວັນທີ 13 ສິງຫາ, ໜ່ວຍງານຕ້ານການກໍ່ການຮ້າຍຂອງຕຳຫລວດ ອິນໂດເນເຊຍ ໄດ້ຈັບຕົວພວກກະບົດ 5 ຄົນ ທີ່ມີສ່ວນກ່ຽວຂ້ອງກັບອົງການລັດອິດສະລາມ (IS),
ຕຳຫລວດ ອິນໂດເນເຊຍ ຈັບຕົວບັນດາພວກກໍ່ການຮ້າຍຫລາຍຄົນທີ່ກ່ຽວຂ້ອງເຖິງ IS - ảnh 1 ຕຳຫລວດ ອິນໂດເນເຊຍ ຈັບຕົວບັນດາພວກກໍ່ການຮ້າຍຫລາຍຄົນທີ່ກ່ຽວຂ້ອງເຖິງ IS (ພາບ: AFP/TTXVN)

ພ້ອມທັງ ສະກັດກັ້ນບັນດາແຜນການລັບຂອງກຸ່ມກໍ່ການຮ້າຍທີ່ ແນໃສ່ປະຕິບັດບາງເຫດບຸກໂຈມຕີການກໍ່ການຮ້າຍ.

        ທ່ານ Dicky Sondani ໂຄສົກຕຳຫລວດແຂວງ Sulawesi ໃຕ້ ໃຫ້ຮູ້ວ່າ: ບັນດາພວກການກໍ່ການຮ້າຍໄດ້ມີກົນອຸບາຍດຳເນີນບັນດາເຫດບຸກໂຈມຕີແນໃສ່ບາງສະຖານທີ່ໃນທົ່ວປະເທດ ອິນໂດເນເຊຍ, ກ່ອນທີ່ຈະຖືກກຳລັງຕ້ານການກໍ່ການຮ້າຍຈັບຕົວຢູ່ເມືອງ Luwu ແລະ Bone ຂຶ້ນກັບແຂວງ Sulawesi ໃຕ້.

 

ຕອບກັບ

ຂ່າວ/ບົດ​ອື່ນ