ຕຳຫລວດປະຊາຊົນເສີມຂະຫຍາຍກຳລັງແຮງສັງລວມ ແລະ ເປີດກ້ວາງການຮ່ວມມືສາກົນ

ຕຳຫລວດປະຊາຊົນເສີມຂະຫຍາຍກຳລັງແຮງສັງລວມ ແລະ ເປີດກ້ວາງການຮ່ວມມືສາກົນ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ

(vovworld) – ​ທີ່​ການ​ພົບ​ປະ​ໃນ​ຕອນ​ເຊົ້າ​ວັນ​ທີ 27/12 ຢູ່ ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ປະທານ​ສະພາ​ປ້ອງ​ກັນຊາ​ດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ ຢືນຢັນ​ວ່າ ບັນດາ​ໝາກຜົນ​​ແຫ່ງ​ການປະຕິບັດ​ງານ​ຂອງ​ກຳລັງ​ຕຳຫລວດ​ໃນ​ປີ 2016, ​ໄດ້​ເປັນ​ການຮັບ​ຮູ້​ຄວາມ​ມານະ​ພະຍາຍາມ​ຂອງ​ບັນດາ​ພະນັກງານ, ນັກຮົບ​ໃນ​ວຽກ​ງານ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ. ຕໍ່ໜ້າ​ສະພາບ​ການ​ໂລກ​ພວມ​ຜັນ​ແປ​ຢ່າງ​ລຽນຕິດ, ທ່ານ​ປະທານ​ປະ​ເທດ ຮຽກ​ຮ້ອງ​ກຳລັງ​ຕຳຫລວດ​ຊາບ​ຊຶມການ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ ​ຄັ້ງ​ທີ 12 ຂອງ​ພັກ, ມະຕິ​ຂອງ​ຄະນະ​ພັກຕຳຫລວດ​ສູນ​ກາງ​ຢ່າງ​ເຂັ້ມ​ງວດ ​ແລະ ມີ​ປະສິດທິ​ຜົນ, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ກຳ​​ແໜ້ນ​ສະພາບ​ການ, ຍົກ​ສູງ​ຄຸນ​ນະພາ​ບການ​ຄາດ​ຄະ​ເນ, ​ເປັນ​ເຈົ້າ​​ເປັນການ​ເສນາ​ທິການ​ດ້ານ​ຍຸດ​ທະ​ສາດ, ສະ​ເໜີ​ບັນດາ​ນະ​ໂຍບາຍ, ມາດ​ຕະການ ​ແລະ ວິທີ​ການ​ຮັບປະກັນ​ຄວາມ​ສະຫງົບ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ກໍລະນີ​ທີ່​ສັບສົນ, ຮັບ​ໃຊ້​ໃຫ້ການ​ປົກ​ປັກ​ຮັກສາ, ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ​ຢ່າງ​ທັນ​ການ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ໃສ່​ໃຈ​ວ່າ ກຳລັງ​ຕຳຫລວດ​ປະຊາຊົນ​ຕ້ອງ​ເພີ່ມ​ທະວີ​ການ​ພົວພັນປະສານ​ສົມທົບກັບ​ກອງທັບ​ປະຊາຊົນ ​ແລະ ທຸກຂັ້ນ​, ທຸກຂະ​ແໜງ​ການ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ສະ​ເໜີ​ກຳລັງ​ຕຳຫລວດ​ປະຊາຊົນ ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສັງ​ລວມ, ສ້າງ​ທ່າ​ຮົບ​ປ້ອງ​ກັນຄວາມ​ສະ​ຫງົບ​ ໃຫ້​ປະຊາຊົນ, ພື້ນຖານປ້ອງ​ກັນ​ຄວາມ​ສະຫງົບ​​ປະຊາຊົນ​​ໃຫ້ຢ່າງ​ໝັ້ນຄົງ, ຕ້ອງ​ມີ​ຄວາມ​ເຊື່ອ​ໝັ້ນ ​ແລະ ອີງ​ໃສ່​ປະຊາຊົນ, ຍາດ​ແຍ່ງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ການ​ສະໜັບສະໜູນ​ຂອງ​ປະຊາ​ຊົນ, ມີ​ຄວາມ​ສາມັກຄີ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ກຳລັງ, ສ້າງ​ເປັນ​ກຸ່ມ​ກ້ອນ​ເອກະ​ພາບ​; ພ້ອມ​ທັງ​ເປີດ​ກ້ວາງ​ການ​ຮ່ວມ​ມື​ກັບ​ສາກົນ.

ຂ່າວ/ບົດ​ອື່ນ