ຕຳຫຼວດຫວຽດນາມ-ລາວເພີ່ມທະວີການຮ່ວມມືໃນການປ້ອງກັນ,ຕ້ານອາດຊະຍາກຳຂ້າມຊາຍແດນ

(VOVWORLD) -ຕອນເຊົ້າວັນທີ 26 ພຶດສະພາ ຢູ່ນະຄອນຫຼວງວຽງຈັນ, ໄດ້ດຳເນີນກອງປະຊຸມຮ່ວມມືປ້ອງກັນ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພທາງສັງຄົມ ລະຫວ່າງກຳລັງຕຳຫຼວດ, ກະຊວງຕະຫຼວດຫວຽດນາມ ແລະ ກຳລັງຕຳຫຼວດກະຊວງປ້ອງກັນຄວາມສະຫງົບລາວ ຄັ້ງທີ 8. 
ຕຳຫຼວດຫວຽດນາມ-ລາວເພີ່ມທະວີການຮ່ວມມືໃນການປ້ອງກັນ,ຕ້ານອາດຊະຍາກຳຂ້າມຊາຍແດນ - ảnh 1 (ທີ່ກອງປະຊຸມ)

ທີ່ກອງປະຊຸມ, 2 ຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບອາດຊະຍາກຳ ແລະ ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພສັງຄົມທີ່ກ່ຽວຂ້ອງເຖິງ 2 ປະເທດ, ພ້ອມທັງຕີລາຄາກ່ຽວກັບສະພາບການ, ໝາກຜົນການປະຕິບັດບົດບັນທຶກກອງປະຊຸມຮ່ວມມືຄັ້ງທີ 7 ລະຫວ່າງກຳລັງຕຳຫຼວດ 2 ປະເທດ ທີ່ໄດ້ຮັບການລົງນາມແລ້ວ ເມື່ອປີ 2016 ຢູ່ ຍາຈາງ ບົນຈິດໃຈຄວາມຮັບຜິດຊອບສູງ ແລະ ຄວາມສາມັກຄີ, ມິດຕະພາບແບບພິເສດ, ມາແຕ່ດົນນານລະຫວ່າງ 2 ປະເທດ, 2 ຊາດ. ກອງປະຊຸມໄດ້ເປັນເອກະພາບນຳກັນວ່າ, ກຳລັງຕຳຫຼວດ 2 ປະເທດຈະເພີ່ມທະວີການຮ່ວມມືໃນບັນດາຂົງເຂດຄື: ແລກປ່ຽນຂໍ້ມູນຂ່າວອາດຊະຍາກຳ; ຮ່ວມມືສືບສວນອາດຊະຍາກຳ; ສົມທົບກັນປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍລະຫວ່າງບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມ; ຮ່ວມມືບຳລຸງສ້າງ ແລະ ແລກປ່ຽນບົດຮຽນໃນການປ້ອງກັນ, ຕ້ານອາດຊະຍາກຳ… ປະກອບສ່ວນສ້າງເສັ້ນຊາຍແດນຫວຽດນາມ - ລາວ ໃຫ້ກາຍເປັນເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ