ຕຳຫຼວດອີນໂດເນເຊຍ ຈັບຕົວຫຼາຍຄົມ ເຊິ່ງສົງໄສວ່າແມ່ນສະມາຊິກຂອງ Al Qaeda

ຕຳຫຼວດອີນໂດເນເຊຍ ຈັບຕົວຫຼາຍຄົມ ເຊິ່ງສົງໄສວ່າແມ່ນສະມາຊິກຂອງ Al Qaeda - ảnh 1
(ພາບປະກອບ)

(vovworld) -     ກຳລັງ​ປ້ອງ​ກັນ​ຄວາມ​ສາ​ຫງົບອີນ​ໂດ​ເນ​ເຊຍ ຫາ​ກໍຈັບ​ຕົວ​ 9 ຄົນ​ທີ່​ຖືກສົງ​ໄສ​ວ່າ​​ແມ່ນສະມາຊິກ​ຂອງ Al Qaeda ດ້ວຍ​ໂທດ​ກຳເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ກໍ​່ການ​ຮ້າຍ​ໃນ​ທົ່ວ​ປະ​ເທດ. ​ໃນ​​ແຈ້ງ​ການ​ທີ່​ປະກາດ​ເມື່ອ​ວັນ​ທີ 1/10, ຕຳຫຼວດ​ແຫ່ງ​ຊາດໂດ​ເນ​ເຊຍ (POLRI) ​ໃຫ້​ຮູ້​ວ່າ 9 ຄົນ​ນີ້​ລ້ວນ​ແຕ່​ກ່ຽວຂ້ອງ​ເຖິງ​ບັນດາ​ການ​​ເຄື່ອນ​ໄຫວ​ກໍ​ການ​ຮ້າຍ​ຂອງ​ກຸ່ມ Al Qaeda, ອີນ​ໂດ​ເນ​ເຊຍ , ​ໃນ​ນັ້ນ​ມີ 8 ຄົນ​ອາດ​ຈະ​ຖືກ​ຜູກ​ໂທດ​ລະ​ເມີດ​ກົດໝາຍ​ຕ້ານ​ກໍ​່ການ​ຮ້າຍ, ​ຊິ່ງຕາມ​ນັ້ນ​​ໂທດ​​ໃນ​ສະຖາ​ໜັກ​ແມ່ນ​ຖືກປະຫານ​ຊີວິດ. ​ໃນ​ຫຼາຍ​ປີກ​ອນນີ້, ບັນດາ​ກຸ່ມ​ກໍ​ການ​ຮ້າຍ​ຢູ່​ອີນ​ໂດ​ເນ​​ເຊຍ ​ໄດ້​ກໍ​ໃຫ້​ເກີດ​ບັນດາ​​ເຫດການ​ກໍ່ການ​ຮ້າຍ​ທີ່​ນອງ​ເລືອດ, ​ໃນ​ນັ້ນ​ພິ​ເສດ​ແມ່ນ​ການ​ວາງ​ລະ​ເບີດ​ໃນ​ຄໍ່າ​ຄືນ​ວັນ​ທີ 12/10/2002 ຢູ່​ເກາະ​ທ່ອງ​ທ່ຽວ Bali ​ເຊິ່ງ​ເຮັດ​ໃຫ້ 200 ຄົນ​ຖືກ​ເສຍ​ຊີວິດ.

ຂ່າວ/ບົດ​ອື່ນ