ຕຳຫຼວດແອດສະປາຍ ຍິງຕາຍຜູ້ຖືກສົງໄສເປັນຕົວການໃນເຫດບຸກໂຈມຕີຢູ່ Barcelona

(VOVWORLD) - ຕາມແຫຼ່ງຂ່າວຈາກ, ຕຳຫຼວດຢູ່ Catalonia ແລ້ວ: ມີຜູ້ຊາຍຄົນໜຶ່ງທີ່ຖືທາດລະເບີດຄ້າຍຄືກັບຕົວການໄດ້ຖືກດັບສູນຢູ່ Subirats. ແຕ່ເຖິງຢ່າງໃດກໍ່ຕາມ, ຊື່ ແລະ ນາມສະກຸນຂອງເປົ້າໝາຍນີ້ຍັງບໍ່ທັນໄດ້ປະກາດເທື່ອ.ວັນທີ 21 ສິງຫາ, ຕຳຫຼວດ ແອດສະປາຍ ໄດ້ຍິງຕາຍຜູ້ຖືກລະແວງສົງໄສວ່າເປັນຕົວການ Younes Abouyaaqoub, ໃນເຫດຂີ່ລົດຂົນສົ່ງ ຕ່ຳໃສ່ 15 ຄົນເຮັດໃຫ້ເຂົາເຈົ້າຕາຍກັບທີ່ຢູ່ Barcelona ໃນຕອນຄ່ຳວັນທີ 17 ສິງຫາ, ຢູ່ເຂດຕົວເມືອງ Subirats
ຕຳຫຼວດແອດສະປາຍ ຍິງຕາຍຜູ້ຖືກສົງໄສເປັນຕົວການໃນເຫດບຸກໂຈມຕີຢູ່ Barcelona - ảnh 1 ຕຳຫຼວດ ແອດສະປາຍ ທີ່ສະຖານທີ່ເກີດເຫດ

ວັນທີ 21 ສິງຫາ, ຕຳຫຼວດ ແອດສະປາຍ ໄດ້ຍິງຕາຍຜູ້ຖືກລະແວງສົງໄສວ່າເປັນຕົວການ Younes Abouyaaqoub, ໃນເຫດຂີ່ລົດຂົນສົ່ງ ຕ່ຳໃສ່ 15 ຄົນເຮັດໃຫ້ເຂົາເຈົ້າຕາຍກັບທີ່ຢູ່ Barcelona ໃນຕອນຄ່ຳວັນທີ 17 ສິງຫາ, ຢູ່ເຂດຕົວເມືອງ Subirats, ທີ່ຫ່າງຈາກ Barcelona ໄປທາງທິດຕາເວັນຕົກປະມານ 60 ກມ. ຕາມແຫຼ່ງຂ່າວຈາກ, ຕຳຫຼວດຢູ່ Catalonia ແລ້ວ: ມີຜູ້ຊາຍຄົນໜຶ່ງທີ່ຖືທາດລະເບີດຄ້າຍຄືກັບຕົວການໄດ້ຖືກດັບສູນຢູ່ Subirats. ແຕ່ເຖິງຢ່າງໃດກໍ່ຕາມ, ຊື່ ແລະ ນາມສະກຸນຂອງເປົ້າໝາຍນີ້ຍັງບໍ່ທັນໄດ້ປະກາດເທື່ອ.

        Abouyaaqoub, ອາຍຸ 22 ປີ, ແມ່ນຊາວມາຣົກ, ດຳລົງຊີວິດຢູ່ເທດສະບານເມືອງ Ripoll. ເປົ້າໝາຍນີ້ໄດ້ຮັບຖືວ່າແມ່ນຕົວການທີ່ໄດ້ຂີ່ລົດຂົນສົ່ງຕ່ຳໃສ່ກຸ່ມຄົນພວມຍ່າງບົນຖະໜົນທາງຍ່າງ ຢູ່ Barcelona ໃນຕອນຄ່ຳວັນທີ 17 ສິງຫາ ເຮັດໃຫ້ 15 ຄົນເສຍຊີວິດ ແລະ ກ່ວາ 100 ຄົນຖືກຮັບບາດເຈັບ. ອຳນາດການປົກຄອງເຂດ Catalonia ໄດ້ປະກາດຄຳສັ່ງໄລ່ຈັບເປົ້າໝາຍນີ້ໃນທົ່ວເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ