ຕຽນ​ຢາງ: ຫຼາຍ​ວິ​ສາ​ຫະ​ກິດ​ ເປີດ​ສະຫຼອງ ແລະ ເຄື່ອນ​ໄຫວ​ຄືນ​ໃໝ່​ພາຍຫຼັງ​ໄລ​ຍະ​ພັກ​ບຸນ​ເຕັດ

(VOVWORLD) -ມີວິສາຫະກິດຈຳນວນຫຼາຍຢູ່ພາຍໃນ ແລະ ພາຍນອກເຂດອຸດສາຫະກຳຢູ່ແຂວງ ຕຽນຢາງ ໄດ້ຈັດພິທີເປີດສະຫຼອງ ແລະ ກັບຄືນສູ່ເຮັດວຽກຄືນໃໝ່ພາຍຫຼັງໄລຍະພັກຕ້ອນຮັບບຸນປີໃໝ່ປະຈຳຊາດປີຂານ 2022.
ຕຽນ​ຢາງ: ຫຼາຍ​ວິ​ສາ​ຫະ​ກິດ​ ເປີດ​ສະຫຼອງ ແລະ ເຄື່ອນ​ໄຫວ​ຄືນ​ໃໝ່​ພາຍຫຼັງ​ໄລ​ຍະ​ພັກ​ບຸນ​ເຕັດ - ảnh 1(ພາບປະກອບ: baoapbac.vn)

ຕອນເຊົ້າວັນທີ 6 ກຸມພາ, ມີວິສາຫະກິດຈຳນວນຫຼາຍຢູ່ພາຍໃນ ແລະ ພາຍນອກເຂດອຸດສາຫະກຳຢູ່ແຂວງ ຕຽນຢາງ ໄດ້ຈັດພິທີເປີດສະຫຼອງ ແລະ ກັບຄືນສູ່ເຮັດວຽກຄືນໃໝ່ພາຍຫຼັງໄລຍະພັກຕ້ອນຮັບບຸນປີໃໝ່ປະຈຳຊາດປີຂານ 2022. ເພື່ອໃຫ້ກຳລັງໃຈແກ່ກຳມະກອນ, ຜູ້ອອກແຮງງານ, ວິສາຫະກິດເກືອບທຸກໆແຫ່ງ ລ້ວນແຕ່ຈັດງານພົບປະສັງສັນ ແລະ ໃຫ້ອັ່ງເປົ່າຍາມຕົ້ນປີໃໝ່. ທ່ານນາງ ເຈົາງອກຢ໊ຽມຈາງ, ຜູ້ອຳນວຍການບໍລິສັດ ເຫຼັກກ້າ ມິງຈາງ ຈຳກັດ, ນະຄອນ ໝີທໍ, ແຂວງ ຕຽນຢາງ ແບ່ງປັນວ່າ:

     “ມື້ນີ້, ວັນທີ 6 ບຸນເຕັດ ກໍຄືກັນກັບທຸກໆປີ, ຂ້າພະເຈົ້າກໍຈັດພິທີໄຫວ້ບູຊາເພື່ອກັບມາເຮັດວຽກເປັນປົກກະຕິ. ຕົ້ນປີ, ພວກຂ້າພະເຈົ້າໄດ້ເຊັນສັນຍາລົງທຶນກໍ່ສ້າງໂຮງງານບາງແຫ່ງ. ສະນັ້ນ, ກຳມະກອນກໍກັບມາເຮັດວຽກເປັນປົກກະຕິ ແລະ ພວກຂ້າພະເຈົ້າກໍໃຫ້ອັ່ງເປົ່າໃຫ້ອ້າຍນ້ອງດີໃຈເພື່ອສືບຕໍ່ເຮັດວຽກ. ຫວັງວ່າໂລກລະບາດຈະຖືກຍູ້ຖອຍໄປໂດຍໄວເພື່ອໃຫ້ອ້າຍນ້ອງອຸ່ນອ່ຽນໃຈເຮັດວຽກ.”/.

ຕອບກັບ

ຂ່າວ/ບົດ​ອື່ນ