ຖັນແຖວພະນັກງານການນຳ, ຄຸ້ມຄອງຕ້ອງໄດ້ ຮັບການບຳລຸງສ້າງ ເປັນປະຈຳ

ຖັນແຖວພະນັກງານການນຳ, ຄຸ້ມຄອງຕ້ອງໄດ້ ຮັບການບຳລຸງສ້າງ ເປັນປະຈຳ - ảnh 1
(ທ່ານ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ)

(vovworld) - ຕອນ​ເຊົ້າ​ວັນ​ທີ 26/7, ຢູ່ ຮ່າ​ໂນ້ຍ, ສະ​ຖາ​ບັນ​ການ​ເມືອງ - ການ​ປົກຄອງ​ແຫ່ງ​ຊາ​ດ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ພິທີ​ອັດ​ຊຸດ​ຝຶກ​ອົບຮົມ​ພະນັກງານຫຼັກແຫຼ່ງຊຸດທີ 1 ປີ 2013.

    ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​​ເນັ້ນ​ໜັກ​ວ່າ: ກ້າວ​ເຂົ້າ​ສູ່​ໄລຍະ​ພັດທະນາ​ໃໝ່, ຫວຽດນາມ ອາດ​ຈະ​ຍືນຢູ່ຢ່າງໝັນຄົງ ​ແລະ ສາມາດກ້າວ​ຂຶ້ນ​ໄດ້​ຫຼື​ບໍ່,​ ແມ່ນ​ຕ້ອງ​ອີງ​ໃສ່​​ຂອບ​ຂະໜາດ ​ແລະ ຄຸນ​ນະພາ​ບ​ແຫຼ່ງຊັບພະຍາກອນ​ມະນຸດ, ​ໃນ​ນັ້ນ, ກ່ອນ​ອື່ນ​ໝົດ​ແມ່ນ​ຖັນ​ແຖວ​ພະນັກງານ​ການ​ນຳ, ຄຸ້ມ​ຄອງ​ຫຼັກ​ແຫຼ່ງຂອງ​ຂະ​ແໜງ​ການ, ຂັ້ນ​ຕ່າງໆ, ບັນດາ​ໝູ່​ຄະນະ​ການ​ເມືອງ - ສັງຄົມ​. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ຕັກເຕື່ອນວ່າ ໝາກຜົນ​ທີ່​ບັນລຸ​ໄດ້​ຜ່ານ​ຊຸດ​ຝຶກ​ອົບຮົມ​ໃນ​ຄັ້ງ​ນີ້ ພຽງ​ແຕ່​ແມ່ນ​ຈຸດ​ເລີ່​ມຕົ້ນ​ໃຫ້​ແກ່​ວິວັດ​ການ​ສຸ້ຊົນ, ຝຶກ​ຝົນ​ຫຼໍ່​ຫຼອມ​ອັນ​ຍາວ​ນານ​, ​ເປັນ​ປະຈຳ​ຂອງ​ພະນັກງານ​​ເທົ່າ​ນັ້ນ. ທ່ານ​ກ່າວ​ວ່າ:

    “ຕ້ອງ​ກຳນົດ​ການ​ຮຳ່ຮຽນ, ຝຶກ​ຝົນ​ຫຼໍ່​ຫຼອມດ້ວຍຕົນ​ເອງ​ແມ່ນ​ວຽກ​ງານ​ເປັນ​ປະຈຳ, ວຽກ​ງານ​ຕ້ອງປະຕິບັດໃນຕະຫຼອດ​ຊີວິດ ຍ້ອນ​ວ່າພຶດຕິ​ກຳ​ຕົວ​ຈິງຍາມໃດກໍ່ເຄື່ອນເໜັງ, ທິດ​ສະ​ດີຂະຫຍາຍຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ. ບັນດາ​ສະຫາຍ​ເຂົ້າ​ຮ່ວມ​ຊຸດ​ຮຽນ​ນີ້ ໄດ້ຮັບ​ຄວາມ​ຮູ້​ເພີ່​ມ​ເຕີມ, ຄວາມ​ສາມາດ​ຄຸ້ມ​ຄອງຕື່ມອີກ, ຫວັງ​ວ່າ​ພວກ​ສະ​ຫາຍ​ຈະ​ປະຕິບັດ​ໜ້າ​ທີ່​ວຽກ​ງານ​ທີ່​ໄດ້​ຮັບ​ມອບ​ໝາຍ​ໃຫ້​ສຳ​ເລັດ, ພ້ອມ​ທັງ​ແມ່ນ​ແບບຢ່າງ​ທີ່​ໃສແຈ້ງ​ກ່ຽວ​ກັບ​ຈິດ​ໃຈ​ຮຳ່ຮຽນ, ຝຶກ​ຝົນ​ຫຼໍ່​ຫຼອມ​ຄຸນ​ນະ​ທາດ​ດ້ານ​ການ​ເມື​ອງ​ເປັນ​ປະຈຳ ສົມ​ກັບຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຄວາມ​ເອົາ​​ໃຈ​ໃສ່​ຂອງ​ສູ​ນກາງ​ພັກ ​ແລະ ລັດຖະບານ.”

 

ຂ່າວ/ບົດ​ອື່ນ