ຖອດ​ຖອນ​ບົດ​ຮຽນ​ຈາກ​ສາ​ກົນ​ຢ່າງ​ຄັດ​ຈ້ອນ, ເໝາະ​ສົມ​ກັບ​ເງື່ອນ​ໄຂ, ສະ​ພາບ​ການ​ຂອງ ຫວຽດ​ນາມ ໃນ​ວິ​ວັດ​ການ​ຜັນ​ຂະ​ຫຍາຍ​ແຜນ​ຮ່າງ​ສ້າງ​ລັດ​ແຫ່ງ​ອຳ​ນາດ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ

(VOVWORLD) -ຕອນເຊົ້າວັນທີ 25 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ, ຫົວໜ້າຄະນະຊີ້ນຳການສ້າງແຜນຮ່າງ “ຍຸດທະສາດສ້າງ ແລະ ປັບປຸງລັດແຫ່ງອຳນາດກົດໝາຍສັງຄົມນິຍົມໃຫ້ສົມບູນແບບ ຮອດປີ 2030, ກຳນົດທິດຮອດປີ 2045”, ເປັນປະທານວາລະປະຊຸມເທື່ອທີ 4 ຂອງຄະນະຊີ້ນຳ.
ຖອດ​ຖອນ​ບົດ​ຮຽນ​ຈາກ​ສາ​ກົນ​ຢ່າງ​ຄັດ​ຈ້ອນ, ເໝາະ​ສົມ​ກັບ​ເງື່ອນ​ໄຂ, ສະ​ພາບ​ການ​ຂອງ ຫວຽດ​ນາມ ໃນ​ວິ​ວັດ​ການ​ຜັນ​ຂະ​ຫຍາຍ​ແຜນ​ຮ່າງ​ສ້າງ​ລັດ​ແຫ່ງ​ອຳ​ນາດ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ວາລະປະຊຸມ (ພາບ: TTXVN)

ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຢັ້ງຢືນວ່າ ວິວັດການສ້າງຮ່າງແຜນຮ່າງຍຸດທະສາດສ້າງ ແລະ ປັບປຸງລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບ ຍາມໃດກໍຢູ່ພາຍໃຕ້ການນຳພາຂອງພັກ, ອີງຕາມພື້ນຖານລັດທິ ມາກ - ເລນິນ  ແລະ ແນວຄິດໂຮ່ຈີມິນ; ສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ, ບັນດາຜົນງານ ແລະ ປະສົບການຕົວຈິງໃນການສ້າງສາ ແລະ ພັດທະນາປະເທດຊາດ. ພ້ອມດຽວກັນນັ້ນ, ຄວນຖອດຖອນບົດຮຽນຈາກສາກົນແບບມີການຄັດເລືອກ, ແທດເໝາະກັບເງື່ອນໄຂ, ສະພາບການຂອງ ຫວຽດນາມ; ຮັບປະກັນສະຖຽນລະພາບດ້ານການເມືອງ, ອະທິປະໄຕແຫ່ງຊາດ, ຮັກສາການກຳນົດທິດສັງຄົມນິຍົມ ແລະ ເສີມຂະຫຍາຍປະຊາທິປະໄຕສັງຄົມນິຍົມ ໃຫ້ນັບມື້ນັບດີກວ່າອີກ.

        “ມີບາງເນື້ອໃນລຸລ່ວງ ເຊິ່ງຄະນະຊີ້ນຳໄດ້ເອົາໃຈໃສ່, ຊາບຊຶມ ນັ້ນແມ່ນ ຕ້ອງເສີມຂະຫຍາຍປະຊາທິປະໄຕ, ຮັບຟັງບັນດາບັນຫາທີ່ມີຄວາມເຫັນແຕກຕ່າງກັນ, ຊາບຊຶມ, ເຮັດແຈ້ງສາຍພົວພັນພັກນຳພາ, ລັດຄຸ້ມຄອງ, ປະຊາຊົນເປັນເຈົ້າ ໃຫ້ຈະແຈ້ງວ່າ. ທີສາມແມ່ນ, ຄວບຄຸມສິດອຳນາດແຫ່ງລັດໃນລັດແຫ່ງອຳນາດກົດໝາຍສັງຄົມນິຍົມ ຫວຽດນາມ ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ, ໂດຍພັກນຳພາ ແລະ ໄດ້ລະບຸໃນໂຄງການດຳເນີນງານສ້າງສາປະເທດຊາດໃນສະໄໝຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ, ກໍຄື ເອກະສານສະບັບຕ່າງໆຂອງ ກອງປະຊຸມໃຫຍ່ຂອງພັກ ແລະ ລັດຖະທຳມະນູນປີ 2013.”

       

 

ຕອບກັບ

ຂ່າວ/ບົດ​ອື່ນ