ຖະຫນົນດອກໄມ້ ຫງວຽນເຫ້ວ ເປີດຕົວຕ້ອນຮັບຊາວຫວຽດນາມ ແລະຊາວຕ່າງປະເທດ ມາທ່ຽວຊົມໃນໂອກາດບຸນເຕັດ

(VOVWORLD) -ຕອນຄ່ຳວັນທີ 2 ກຸມພາ, ຖະຫນົນ ດອກໄມ້ ຫງວຽນເຫ້ວ ນະຄອນ ໂຮ່ຈິມີນ ໄດ້ເປີດຕົວຢ່າງເປັນທາງການ ເພື່ອຮັບໃຊ້ ປະຊາຊົນຢູ່ພາຍໃນ ແລະຕ່າງປະເທດ ມາທ່ຽວຊົມໃນໂອກາດບຸນເຕັດວຽນມາ. 

ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ເຂົ້າຮ່ວມພິທີໄຂ.

ຖະຫນົນດອກໄມ້ ຫງວຽນເຫ້ວ ເປີດຕົວຕ້ອນຮັບຊາວຫວຽດນາມ ແລະຊາວຕ່າງປະເທດ ມາທ່ຽວຊົມໃນໂອກາດບຸນເຕັດ - ảnh 1 ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ເຂົ້າຮ່ວມພິທີໄຂຖະຫນົນດອກໄມ້ ຫງວຽນເຫ້ວ

ຖະຫນົນດອກໄມ້ ປີນີ້ ມີລວງຍາວ 720 ແມັດ ດ້ວຍຫົວຂໍ້ “ນະຄອນ ໂຮ່ຈິມີນ - ໝັ້ນໃຈເດີນໄກກວ່າ”. ສິ່ງພິເສດຂອງຖະຫນົນດອກໄມ້ປີນີ້ ແມ່ນການປະກົດຕົວຂອງ ໝູ 6 ໂຕເຮັດດ້ວຍດິນ ແລະ ຖືກຕັ້ງຢູ່ 6 ບ່ອນລຽມຕາມເສັ້ນທາງ. ບັນດາໂຕໝູດັ່ງກ່າວສົ່ງສານເຖິງນັກທ່ອງທ່ຽວ “ບຸນເຕັດເຮັດສິ່ງທີ່ດີງາມ, ຮ່ວມແຮງຮ່ວມໃຈປະກອບສ່ວນຊ່ວຍເຫລືອນັກຮຽນທຸກຍາກ ນະຄອນ ໂຮ່ຈິມີນ”,  ຮຽກຮ້ອງການປະກອບສ່ວນຂອງບັນດາຜູ້ໃຈບຸນໃຈກຸສົນເພື່ອນຳມາເຊິ່ງບັນດາທຶນການສຶກສາ ແລະ ຂອງຂວັນໃຫ້ເດັກນ້ອຍທຸກຍາກ. ທ່ານ ເວືອງແອງຕວນ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ Saigon Tourist ຫົວຫນ້າຄະນະຈັດຕັ້ງຖະຫນົນ ດອກໄມ້ ຫງວຽນເຫ້ວ ແລະ ງານບຸນເຕັດປີກຸນ 2019 ໃຫ້ຮູ້ວ່າ:

ຖະຫນົນດອກໄມ້ປີນີ້ ພວກຂ້າພະເຈົ້າໄດ້ຈັດແບ່ງເປັນ 3 ຕອນ ແລະ ສຸມໃສ່ໃນຕອນທີ່ມີຫົວຂໍ້ວ່າ “ນະຄອນ ອັດສະລິຍະ” ດ້ວຍການອອກແບບທີ່ໃຫມ່ອ່ຽມ. ປີນີ້ ພວກເຮົາສະເຫລີມສະຫລອງ 60 ປີແຫ່ງຖະຫນົນດອກໄມ້ຢູ່ ຖະຫນົນ ຫງວຽນເຫ້ວ ສະນັ້ນ ພວກຂ້າພະເຈົ້າເລືອກເອົາ ໝູ 6 ໂຕ, ແຕ່ລະໂຕ ມີສີສັນສະເພາະ ເພື່ອຮຽກຮ້ອງການປະກອບສ່ວນຊ່ວຍເຫລືອນັກຮຽນທຸກຍາກ ແລະ ຕອບສະຫນອງບັນດາການເຄືື່ອນໄຫວຂອງຊາວຫນຸ່ມ”

ນີ້ເປັນປີທີ 16 ລຽນຕິດ ຖະຫນົນດອກໄມ້ ຫງວຽນເຫ້ວ ໄດ້ຮັບການຈັດຕັ້ງຂຶ້ນ ເພື່ອຮັບໃຊ້ປະຊາຊົນ ແລະ ນັກທ່ອງທ່ຽວມາທ່ຽວຊົມໃນໂອກາດບຸນເຕັດ ຢູ່ ນະຄອນໂຮ່ຈິມີນ.

ຕອບກັບ

ຂ່າວ/ບົດ​ອື່ນ