ຖະ​ຫວາຍດອ​ກ​ໄມ້​ອາ​ໄລ​ຫາ​ການ​ນຳ Vladimir Ilich Lenin ຢູ່ ລັດ​ເຊຍ

(VOVWORLD) - ໃນເວລາ 11 ໂມງຕົງ, ທ່ານປະທານພັກກອມມູນິດສະຫະພັນລັດເຊຍ Gernady Ziuganov ນຳໜ້າຄະນະຜູ້ແທນເຂົ້າຈະຕຸລັດແດງແຫ່ງປະຫວັດສາດ ແລະ ເຂົ້າຢ້ຽມສຸສານການນຳ Vladimir Ilich Lenin.
ຖະ​ຫວາຍດອ​ກ​ໄມ້​ອາ​ໄລ​ຫາ​ການ​ນຳ Vladimir Ilich Lenin ຢູ່ ລັດ​ເຊຍ - ảnh 1

 (ພາບ: TTXVN)

ວັນທີ 22 ເມສາ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດທ່ານ Vladimir Ilyich Lenin ການນຳຜູ້ຍິ່ງໃຫ່ຍຂອງການປະຕິວັດກອມມູນິດໂລກ ຄົບຮອບ 152 ປີ, ຄະນະການນຳພັກກອມມູນິດສະຫະພັນ ລັດເຊຍ ແລະ ບັນດາກຳລັງຝ່າຍຊ້າຍຢູ່ ລັດເຊຍ, ບັນດາຜູ້ແທນສາກົນ ໄດ້ໄປຖະຫວາຍດອກໄມ້ ອາໄລຫາ ແລະ ເຂົ້າຢ້ຽມສຸສານ Lenin ຢູ່ຈະຕຸລັດແດງ, ນະຄອນຫຼວງມົດສະກູ.

ຕາມລະບຽບການແຕ່ລະປີ, ຄະນະຜູ້ແທນໄດ້ເຕົ້າໂຮມກັນຢູ່ສະໜາມຫຼວງ Manezh ຕໍ່ໜ້າອະນຸສາວະລີ Georgy Zhukov. ໃນເວລາ 11 ໂມງຕົງ, ທ່ານປະທານພັກກອມມູນິດສະຫະພັນລັດເຊຍ Gernady Ziuganov ນຳໜ້າຄະນະຜູ້ແທນເຂົ້າຈະຕຸລັດແດງແຫ່ງປະຫວັດສາດ ແລະ ເຂົ້າຢ້ຽມສຸສານການນຳ Vladimir Ilich Lenin.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ