ຖະແຫຼງການຮ່ວມ ບາລີ ກ່ຽວກັບປະຊາຄົມ ອາຊຽນ

ໃນ​ຂອບ​ເຂດ​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ  ຄັ້ງ​ທີ 19 ​ເຊິ່ງພວມ​ດຳ​ເນີນ​ຢູ່ ບາ​ລີ​ນັ້ນ, ຕອນ​ບ່າຍ​ວັນ​ທີ 17 ພະ​ຈິກ, ການ​ນຳ​ບັນດາ​ປະ​ເທດ ອາ​ຊຽນ ​ໄດ້​ລົງ​ນາມ​ໃນ​ຖະ​ແຫຼ​ງການ​ຮ່ວມ ບາ​ລີ ກ່ຽວ​ກັບ​ປະຊາ​ຄົມ ອາ​ຊຽນ ​ໃນ​ປະຊາ​ຄົມສາກົນ​ຂອງ​ບັນດາປະຊາ​ຊາດ ຫຼື​ເອີ້ນ​ວ່າ​ສົນທິສັນຍາ ບາ​ລີ III. ສົນທິສັນຍາ ບາ​ລີ III ​ໄດ້​ກຳນົດ​ວ່າ: ບັນດາ​ປະ​ເທດ​ ອາ​ຊຽນ ໝັ້ນ​ໝາຍ​ພ້ອມ​ກັນ​ດຳ​ເນີນ​ການ​ຮ່ວມ​ມື​ຫຼາຍ​ຂົງ​ເຂດໃນ​ພາກ​ພື້ນ​ແລະ​​ໃນທົ່ວ ໂລກ. ກ່ຽວ​ກັບ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ເມືອງ - ປ້ອງ​ກັນ​ຄວາມ​ສະ ຫງົບ​ແມ່ນ​ເພື່ອປະກອບສ່ວນ​ຮັບປະກັນ​ສັນຕິພາບ, ຄວາມ​ສະຫງົບ​ປອດ​ໄພ ​ແລະ ​ສະຖຽນ​ລະ​ພາບ. ຮັບປະກັນ​ຄວາມ​ປອດ​ໄພ, ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ, ຍູ້​ແຮງ​ການ​ຮ່ວມ​ມື​ເດີນ​ທະ​ເລ; ສືບ​ຕໍ່​ຄວາມ​ມານະ​ພະຍາຍາມ​ເພື່ອ​ມຸ້ງ​ໄປ​ເຖິງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ລວມກ່ຽວ​ກັບ​ບັນດາ​ບັນ ຫາ​ທີ່​ກ່ຽວຂ້ອງ​ເຖິງ​ສົນທິສັນຍາ​ກ່ຽວ​ກັບ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ປອດ​ອາວຸດ​ນິບຄະ​ເລຍ (SEANWFZ). ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ ຖະກິດ: ສົນທິສັນຍາ ບາ​ລີ III ກຳນົດ​ບັນດາ​ເນື້ອ​ໃນ​ຜັນ​ຂະຫຍາຍ​ປະຊາ​ຄົມ​​ເສດຖະກິດ ​ ອາ​ຊຽນ ​ແລະ​ ຊຸກຍູ້​ການ​ເຊື່ອມ​ໂຍງ​ຢ່າງ​ຄົບ​ຖ້ວນ​ຂອງ​ອາ​ຊຽນ ​ເຂົ້າ​ໃນ​ພື້ນຖານ​ເສດຖະກິດ​ທົ່ວ​ໂລກ. ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ເງິນ ​ແລະ​ ປະສານ​ງານດ້ານ​ເສດຖະກິດ​ມະຫາ​ພາກ​ທັງ​ພາຍ​ໃນ ​ແລະ​ ນອກອາ​ຊຽນ. ຍູ້​ແຮງ​ຄວາມ​ມານະ​ພະຍາຍາມ​ຮ່ວມ​ກ່ຽວ​ກັບ​ການ​ຄ້ຳປະກັນ​ທັນ​ຍາ​ຫານ ​ແລະ​ ພະລັງງານ​ກັບປະ​ເທດ​ຕ່າງໆ, ກໍ່​ຄື​ການ​ພົວພັນ​ຮ່ວມ​ມື​ກັບ​ບັນດາ​ອົງການ​ສາກົນ​ທີ່​ກ່ຽວຂ້ອງ. ກ່ຽວ​ກັບ​ການຮ່ວມ​ມື​ທາງ​ດ້ານ​ວັດທະນະທຳ - ສັງຄົມ, ສົນທິສັນຍາ ບາ​ລີ III ກຳນົດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຂອງ ອາ​ຊຽນ ​ໃນ​ຂອບ​ເຂດ​ທົ່ວ​ໂລກ ​ເພື່ອ​ແນ​ໃສ່​ຊຸກຍູ້​ຄວາມ​ມານະ​ພະຍາຍາມ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ… ບັນດາ​ການ​ນຳ​ອາ​ຊຽນ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັບ​ບັນດາ​ປະ​ເທດ ອາ​ຊຽນ ​ຈະ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ເພື່ອ​ບັນລຸ​ຂໍ້​ຕົກລົງ​ທີ່​ສົມ​ດຸ່ນ, ຮອບດ້ານ ​ແລະ​ ຜູກ​ມັດ​ດ້ານ​ນິຕິ​ກຳ​ຕາມ​ຈິດ​ໃຈ​ຂອງ​ສົນທິສັນຍາ​ແມ່​ຂອງ ສປຊ ກ່ຽວ​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ, ຊຸກຍູ້​ການ​ຮ່ວມ​ມື​ກ່ຽວ​ກັບ​ການ​ເບິ່ງ​ແຍງ​ສຸຂະ​ພາຍ, ການ​ພັດທະນາ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ, ການ​ສຶກສາ, ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ​ວັດທະ ນະທຳ, ​ໃນ​ນັ້ນ​ມີ​ບັນດາ​ຄຳ​ໝັ້ນ​ສັນຍາ​ສຳ​ຫຼັບ​ບັນດາ​ເປົ້າ​ໝາຍ​ສະຫັດ​ຕະ ວັດ​ຂອງ ສປຊ.

ຂ່າວ/ບົດ​ອື່ນ