ຖະແຫຼງການຮ່ວມ ຫວຽດນາມ - ກຳປູເຈຍ

ຖະແຫຼງການຮ່ວມ ຫວຽດນາມ - ກຳປູເຈຍ - ảnh 1

(vovworld) – ວັນ​ທີ 21/12, ຫວຽດ​ນາມ ແລະ ກຳ​ປູ​ເຈຍ ໄດ້​ອອກ​ຖະ​ແຫຼງ​ກາ​ນ​ຮ່ວມ​ເນື່ອງ​ໃນ​ໂອ​ກາດ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ Samdec Techno Hun Sen, ແຕ່​ວັນ​ທີ 20 – 21/12/2016. ຖະ​ແຫຼງ​ການ​ຮ່ວມ​ໄດ້​ຊີ້​ແຈ້ງວ່າ: ໃນ​ໄລ​ຍະ​ຢູ່ຢ້ຽມ​ຢາມ ຫວຽດ​ນາມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Samdec Techno Hun Sen ໄດ້​ເຈ​ລະ​ຈາ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມ​ນົ​ຕີ ຫງວຽນ​ຊວນ​ຟຸກ, ເຂົ້າ​ຢ້ຽມ​ຂ​່ຳ​ນັບ​ທ່ານ​ເລ​ຂາ​ທິກ​ານ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ, ທ່ານ​ປະ​ທານ​ປະ​ເທດ ເຈ​ີ່ນ​ດ້າຍກວາງ, ພົບ​ປະ​ກັບ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ, ຢ້ຽມ​ຢາມ​ນະ​ຄອນ ໂຮ່​ຈີ​ມິນ ແລະ ແຂວງ ດົ່ງ​ນາຍ. ໃນ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ປະ​ເທດ​ໄດ້​ເຊັນ​ ​ເອ​ກະ​ສານ​ຮ່ວມ​ມື 3 ສະ​ບັບ​ເຊິ່ງ​ລວມ​ມີ: ສັນ​ຍາ​ຊ່ວຍ​ເຫຼືອ​ກັນ​ດ້ານ​ນິ​ຕິ​ທຳ​ກ່ຽວ​ກັບ​ອາ​ຍາ​ລະ​ຫວ່າງ ຫວຽດ​ນາມ ແລະ ກຳ​ປູ​ເຈຍ, ສັນ​ຍາ​ກ່ຽວ​ກັບ​ການ​ມອບ​ສົ່ງ​ຜູ້​ຖືກ​ຕັດ​ສິນ​ຈຳ​ຄຸກ​ລະ​ຫວ່າງ ຫວຽດ​ນາມ ແລະ ກຳ​ປູ​ເຈຍ, ແລະ ຂໍ້​ຕົກ​ລົງ​ຮ່ວມ​ມື​ລະ​ຫວ່າງ​ຄະ​ນະ​ກ​ຳ​ມະ​ການ​ຊົນ​ເຜົ່າ ລະ​ຫວ່າງ​ຄະ​ນະ​ກຳ​ມະ​ການ​ຊົນ​ເຜົ່າ ຫວຽດ​ນາມ ກັບ​ກະ​ຊວງ​ພິ​ທີ​ກາ​ນ ແລະ ສາ​ສະ​ໜາ ລາ​ຊະ​ອາ​ນາ​ຈັກ ກ​ຳ​ປູ​ເຈຍ. ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ໄດ້​ແລກ​ປ່ຽນ​ຄຳ​ເຫັນຢ່າງ​ເລິກ​ເຊິ່ງ, ກ້​ວາງ​ຂວາງ​ກ່ຽວ​ກັບ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ສ​ສ ຫວຽດ​ນາມ ແລະ ລາ​ຊະ​ອາ​ນາ​ຈັກ ກຳ​ປູ​ເຈຍ ແລະ ບັນ​ດາ​ບັນ​ຫາ​ສາ​ກົນ, ພາກ​ພື້ນ​ເຊິ່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. 2 ຝ່າຍ​ໄດ້​ເຫັນ​ດີເປັນ​ເອ​ກະ​ສັນ​​ໂດຍ​ຖື​ວ່າ​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື ​ຫວຽດ​ນາມ - ກຳ​ປູ​ເຈຍ ມີ​ຄວາມ​ໝາຍ​ສຳ​ຄັນ​ພິ​ເສດ​ສຳ​ລັບ 2 ປະ​ເທດ, ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ຕາມ​ທິດ​ນຳ “ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ອັນ​ດີ​ງາມ, ນ້ຳ​ໃຈ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມືຮອບ​ດ້ານ, ໝັ້ນ​ຄົງ​ຍາວ​ນານ, ເຄົາ​ລົບ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ກັນ, ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ ແລະ ບໍ່​ອະ​ນຸ​ຍາດ​ໃຫ້​ບໍ່​ວ່າ​ກຳ​ລັງ​ທີ່​ເປັນ​ປໍ​ລະ​ປັກ​ໃດໆ​ນຳ​ໃຊ້​ຜືນ​ແຜ່ນ​ດິນ​ຂອງ​ປະ​ເທດ​ຕົນ​ເພື່ອ​ນາບ​ຂູ່​ເຖິງ​ຄວາມ​ສະ​ຫງົບ​ຂອງ​ປະ​ເທດ​ອື່ນ, ແກ້​ໄຂ​ບັນ​ດາ​ບັນ​ຫາ​ເກີດ​ຂຶ້ນ​ລະ​ຫວ່າງ 2 ປະ​ເທດ​ດ້ວຍ​ມາດ​ຕະ​ການ​ສັນ​ຕິ​ພາບ. 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ສົມ​ທົບ​ກັນ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຫວຽດ​ນາມ - ກຳ​ປູ​ເຈຍ (24/6/1967 – 24/6/2017). 2 ຝ່າຍ​ເປັນ​ເອ​ກະ​ສັນ​ກັນ​ຍົກ​ສູງວົງ​ເງິນ​ການ​ຄ້າ 2 ປະ​ເທດ​​ໃຫ້ບັນ​ລຸ​ຄາດ​ໝາຍ 5 ຕື້ USD ໃນ​ປີ 2017, ຕັດ​ສິນ​ໃຈ​ແກ້​ໄຂ​​ເສັ້ນ ຊາຍ​ແດນບັນ​ດາ​ຕອນ​ ​ທີ່​ຍັງ​​ຄົງເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ວຽກ​ງານ​ປັກ​ຫຼັກ​ໝາຍ​ຊາຍ​ແດນ​ທາງ​ບົກ ​ແນ​ໃສ່​ສ້າງ​ຊາຍ​ແດນ​ລະ​ຫວ່າງ 2 ປະ​ເທດ​ກາຍ​ເປັນ​ຊາຍ​ແດນ​ແຫ່ງສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ມິດ​ຕະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ.


ຂ່າວ/ບົດ​ອື່ນ