ຖະແຫຼງການຮ່ວມ ຫວຽດນາມ - ບັງກະລາເທດ

(VOVWORLD) - ຕ້ອນຮັບການນຳສະຫະພັນການຄ້າ ແລະ ອຸດສາຫະກຳບັງກະລາເທດ, ສະພາວິສາຫະກິດບັງກະລາເທດ ແລະ ຫວຽດນາມ, ໄດ້ເຂົ້າຮ່ວມພິທີໄຂ “ຊຸມວັນວັດທະນາທຳຫວຽດນາມຢູ່ບັງກະລາເທດ”
ຖະແຫຼງການຮ່ວມ ຫວຽດນາມ - ບັງກະລາເທດ - ảnh 1ການເຈລະຈາລະຫວ່າງ 2 ຝ່າຍ

ວັນທີ 05 ມີນາ 2018, ຫວຽດນາມ - ບັງກະລາເທດ ໄດ້ອອກຖະແຫຼງການຮ່ວມກ່ຽວກັບການຢ້ຽມຢາມທາງລັດຖຖະກິດຢູ່ບັງກະລາເທດຂອງທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ. ຖະແຫຼງການຮ່ວມໄດ້ຊີ້ແຈ້ງວ່າ ໃນໄລຍະການໄປຢ້ຽມຢາມ ໃນລະຫວ່າງວັນທີ 4 – 6 ມີນາ 2018, ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ມີການພົບປະກັບທ່ານ ປະທານາທິບໍດີ ບັງກະລາເທດ Mohammad Abdul Hamid, ໄດ້ເຈລະຈາກັບທ່ານນາຍົກລັດຖະມົນຕີ Sheikh Hasina, ພົບປະກັບທ່ານປະທານສະພາແຫ່ງຊາດ ແລະ ປະທານພັກກຳມະກອນ; ເຂົ້າຮ່ວມ ແລະ ກ່າວຄຳເຫັນຢູ່ເວທີປາໄສວິສາຫະກິດຫວຽດນາມ - ບັງກະລາເທດ; ຕ້ອນຮັບການນຳສະຫະພັນການຄ້າ ແລະ ອຸດສາຫະກຳບັງກະລາເທດ, ສະພາວິສາຫະກິດບັງກະລາເທດ ແລະ ຫວຽດນາມ, ໄດ້ເຂົ້າຮ່ວມພິທີໄຂ “ຊຸມວັນວັດທະນາທຳຫວຽດນາມຢູ່ບັງກະລາເທດ” ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນການທູດຫວຽດນາມ - ບັງກະລາເທດ ຄົບຮອບ 45 ປີ (1973 – 2018). ໃນບັນດາການພົບປະ ແລະ ເຈລະນານັ້ນ, ການນຳຫວຽດນາມ ແລະ ບັງກະລາເທດໄດ້ເນັ້ນໜັກການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ກັບ ບັງກະລາເທດໃນຕະຫຼອດໄລຍະ 45 ປີ ແຫ່ງການພົວພັນການທູດທີ່ຜ່ານມາ. ສອງຝ່າຍເຫັນດີເປັນເອກະພາບວາງອອກທິດທາງ ແລະ ມາດຕະການ ເພື່ອແນໃສ່ເປີດກວ້າງ ແລະເພີ່ມທະວີການຮ່ວມມືສອງຝ່າຍໃນບັນດາຂົງເຂດທີ່ທັງສອງຝ່າຍລ້ວນແຕ່ໄດ້ຮັບຜົນປະໂຫຍດ ໃຫ້ເລິກເຊິ່ງກວ່າອີກ. ທັງສອງຝ່າຍໄດ້ຕີລາຄາສູງການຮ່ວມມື ແລະ ການປະສານສົມທົບອັນແໜ້ນແຟ້ນທີ່ບັນດາເວທີປາໄສຢູ່ພາກພື້ນ ແລະ ສາກົນ, ໂດຍສະເພາະແມ່ນໃນຂອບເຂດຂອງສະຫະປະຊາຊາດ, ຂະບວນການບໍ່ຮ່ວມກຸ່ມ, ການຮ່ວມມືໃຕ້-ໃຕ້, ເວທີປາໄສພາກພື້ນອາຊຽນ (ARF); ຕີລາຄາສູງການສະໜັບສະໜູນເຊິ່ງກັນແລະກັນ ຢູ່ບັນດາເວທີປາໄສສາກົນ. ທັງສອງຝ່າຍຢັ້ງຢືນຄວາມຕັດສິນໃຈຈະສືບຕໍ່ການຮ່ວມມື ແລະ ສົມທົບກັນໃນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ພ້ອມທັງສະແດງຄວາມເພິ່ງພໍໃຈກ່ຽວກັບການປຶກສາຫາລືຢ່າງກົງໄປກົງມາ, ບົນຈິດໃຈເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ ກໍຄືບັນດາຜົນງານສຳຄັນທີ່ບັນລຸໄດ້ໃນການຢ້ຽມຢາມດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ