ຖະແຫຼງການຮ່ວມ ຫວຽດນາມ - ໂຮນລັງ

(VOVWORLD) -ເນື່ອງໃນໂອກາດ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຢ້ຽມຢາມ ແລະ ເຮັດວຽກ ຢູ່ລາຊະອານາຈັກໂຮນລັງ ຢ່າງເປັນທາງການແຕ່ວັນທີ 08-11 ກໍລະກົດ 2017 ຕາມຄຳເຊີນຂອງ ທ່ານນາຍົກລັດຖະມົນຕີລາຊະອານາຈັກໂຮນລັງ Mark Rutte, ຫວຽດນາມ ແລະ ໂຮນລັງ ໄດ້ອອກຖະແຫຼງການຮ່ວມ.
ຖະແຫຼງການຮ່ວມ ຫວຽດນາມ - ໂຮນລັງ - ảnh 1 (ຫວຽດນາມ ແລະ ໂຮນລັງ ໄດ້ອອກຖະແຫຼງການຮ່ວມ)

ຖະແຫຼງການຮ່ວມຊີ້ແຈງລະອຽດວ່າ: ນາຍົກລັດຖະມົນຕີສອງທ່ານໃຫ້ຄຳເໝັ້ນສັນຍາ ສືບຕໍ່ຮັກສາການພົບປະຂັ້ນສູງ ແລະ ແລກປ່ຽນຄະນະຜູ້ແທນ, ລວມທັງປຶກສາຫາລືປະຈຳໄລຍະລະຫວ່າງສອງກະຊວງການຕ່າງປະເທດ ກ່ຽວກັບບັນດາບັນຫາທີ່ສອງຝ່າຍມີຄວາມສົນໃຈ ແລະ  ມີຜົນປະໂຫຍດຮ່ວມກັນ. ນາຍົກລັດຖະມົນຕີສອງທ່ານຮັບຮູ້ເລື່ອງ ຫວຽດນາມ ແລະ ໂຮນລັງ ຈະສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງການພົວພັນທາງການທູດ ໃນປີ 2018 ແລະ ເຫັນດີເປັນເອກະພາບວ່າ ສອງປະເທດຈະສົມທົບກັນຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງເຫດການພິເສດນີ້ໃຫ້ປະສົບສຳເລັດຢ່າງຈົບງາມ. ນາຍົກລັດຖະມົນຕີສອງທ່ານ ຕີລາຄາສູງການຮ່ວມມືຕົວຈິງໃນຂອບເຂດຂໍ້ຕົກລົງຄູ່ຮ່ວມມືຍຸດທະສາດດ້ານກະສິກຳທີ່ໝັ້ນຄົງ ແລະ ຄວາມປອດໄພທາງດ້ານອາຫານ. ຫວຽດນາມ ແລະ ໂຮນລັງ ຈະດຳເນີນການແລກປ່ຽນກ່ຽວກັບວຽກງານປັບປຸງບັນດາລະບົບຄຸນຄ່າໃນຂົງເຂດກະສິກຳ.

        ສອງຝ່າຍຢັ້ງຢືນເຖິງຄວາມສຳຄັນຂອງວຽກງານຊຸກຍູ້ດ້ານການຄ້າ ແລະ ການລົງທຶນ ສອງຝ່າຍ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ວິສາຫະກິດສອງປະເທດ, ພິເສດແມ່ນໃນຂອບເຂດສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA). ນາຍົກລັດຖະມົນຕີສອງທ່ານ ສະໜັບສະໜູນບັນດາຄວາມມານະພະຍາຍາມ ແລະ ຄວາມກ້າວໜ້າທີ່ບັນລຸໄດ້ໃນການພົວພັນຄູ່ຮ່ວມມື ລະຫວ່າງ ຫວຽດນາມ ແລະ ໂຮນລັງ ໃນຂົງເຂດການບິນ. ນາຍົກລັດຖະມົນຕີສອງທ່ານ ຕີລາຄາສູງບັນດາບາດກ້າວພັດທະນາໃນມໍ່ໆມານີ້ ໃນການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ ແລະ ເຫັນດີເປັນເອກະພາບຊຸກຍູ້ການລົງທຶນ ແລະ ການຖ່າຍທອດເຕັກໂນໂລຊີຂອງບັນດາທ້ອງຖິ່ນ ໂຮນລັງ ໃຫ້ບັນດາທ້ອງຖິ່ນ ຫວຽດນາມ.

        ນາຍົກລັດຖະມົນຕີສອງທ່ານ ໄດ້ປຶກສາຫາລືບັນດາມາດຕະການເປີດກວ້າງການຮ່ວມມືດ້ານການປ້ອງກັນຊາດ, ພິເສດແມ່ນໃນຂົງເຂດການປ້ອງກັນຄວາມສະຫງົບໃນການເດີນທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ