ຖະແຫຼງການຮ່ວມ ຫວຽດນາມ-ຮາຍຕີ

ຖະແຫຼງການຮ່ວມ ຫວຽດນາມ-ຮາຍຕີ - ảnh 1
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ເຕີ້ນຢຸ້ງ ​ແລະ ທ່ານ​ນາຍົກລັດຖະມົນຕີ ​ແຫ່ງ​ ສ.ຮາ​ຍຕີ Laurent Salvador Lamothe
(ພາບ : chinhphudientu)


Vovworld- ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 16 ຫາວັນທີ 19/12 ຂອງ​ທ່ານ​ນາຍົກລັດຖະມົນຕີ ​ແຫ່ງ​ ສ.ຮາ​ຍຕີ Laurent Salvador Lamothe , ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ ເຕີ້ນຢຸ້ງ ​ແລະ ທ່ານ​ນາຍົກລັດຖະມົນຕີ ​ແຫ່ງ​ ສ.ຮາ​ຍຕີ Laurent Salvador Lamothe ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ. ການ​ນຳ 2 ທ່ານ​ຢືນຢັນ​ຄວາມ​ຕັດສິນ​ໃຈ​ປັບປຸງ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ຫວຽດນາມ-ຮາ​ຍຕີ​ເລິກ​ເຊິ່ງຂຶ້ນ​ຕື່ມ​ໃນ​ຂົງ​ເຂດ​ການ​ເມືອງ, ​ເສດຖະກິດ, ​ແລະ ວັດທະນະທຳ, ຮັບ​ໃຊ້​ຢ່າງ​ແທດ​ຈິງ​ໃຫ້​ແກ່​ພາລະກິດ​​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ, ​ເປັນ​ເອກະສັນ​ກັນ​ກ່ຽວ​ກັບ​ທິດ​ທາງ ​ແລະ ມາດ​ຕະການ​ຕ່າງໆ​ແນ​ໃສ່​ເພີ່ມ​ທະວີ​ການ​ພົ​ວພັນ​ຮ່ວມ​ມື​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ເຕີ້ນຢຸ້ງ ​ແລະ ທ່ານ​ນາຍົກລັດຖະມົນຕີ ​ແຫ່ງ​ ສ.ຮາ​ຍຕີ Laurent Salvador Lamothe ​ເປັນ​ເອກະສັນ​ກັນ​ຊຸກຍູ້​ການ​ສ້າງ​ຕັ້ງ​ບັນດາກົນ​ໄກ ​ແລະ ລະບົບ​ກົດໝາຍ​ທີ່​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ເຄື່ອນ​ໄຫວ​ຢູ່​ຮາ​ຍຕີ ​ແລະ ບັນດາ​ວິ​ສາ​ຫະກິດ​ ຮາ​ຍຕີ ​ເຄື່ອນ​ໄຫວ​ຢູ່​ ຫວຽດນາມບົນ​ພື້ນຖານ​ສະ​ເໝີ​ພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດສອດ​ຄອງ​ກັບ​ກົດໝາຍ​ຂອງ​ແຕ່ລະ​ປະ​ເທດ. 2 ຝ່າຍ​ຍັງ​ແລກປ່ຽນ​ກ່ຽວ​ກັບ​ບາງ​ບັນຫາພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງ​ຝ່າຍ​ມີ​ຄວາມ​ສົນ​ໃຈ. ກ່ຽວ​ກັບ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ນາຍົກລັດຖະມົນຕີ ​ແຫ່ງ​ ສ.ຮາ​ຍຕີ Laurent Salvador Lamothe ສະໜັບສະໜູນຄວາມ​ຕັດສິນ​ໃຈ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​​ເພື່ອ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ​ການ​ແກ້​ໄຂ​ການ​ພິພາດ​ຢູ່ ທະ​ເລ​ຕາ​ເວັນ​ອອກ​​ຜ່ານ​ການ​ເຈລະຈາ​ໂດຍ​ສັນຕິ​ວິທີ, ບົນ​ພື້ນຖານກົດ​ໝາຍ​ສາກົນ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນ ເຕີ້ນຢຸ້ງ ຕີ​ລາຄາ​ສູງນະ​ໂຍບາຍ​ເຊືອ່ມ​ໂຍງ​ພາກ​ພື້ນຂອງ​ຮາ​ຍຕີ, ປະກອບສ່ວນ​ເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ອາ​ເມ​ລິ​ກາ​ລາຕີ​ນ ​ແລະ ກາຣີ​ເບ.

 

ຂ່າວ/ບົດ​ອື່ນ